ວັນ​ທີ 15 ຕຸ​ລາ ເປັນ​ຂີດ​ໝາຍ​ວັນ​ພົນ​ລະ​ເມືອງ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຕາມ​ດຳ​ລັດ ເລກ​ທີ 66.22/2026 ຂອງ​ລັດ​ຖະ​ບານ, ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້, ສົ່ງ​ເສີມ​ແຕ່​ລະ​ຄົນ​ເປັນ​ເຈົ້າ​ການ​ຮ່ຳ​ຮຽນ​ທັກ​ສະ​ດີ​ຈີ​ຕອນ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃນ​ຊີ​ວິດ​ປະ​ຈຳ​ວັນ.

ຕາມ​ມະ​ຕິ​ຂອງ​ລັດ​ຖະ​ບານ, ການ​ພັດ​ທະ​ນາ​ພົນ​ລະ​ເມືອງ​ດີ​ຈີ​ຕອນແມ່ນ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ທິ​ພົນ​ລະ​ເມືອງ; ບໍ່​ເຮັດ​ໃຫ້​ເກີດມີ​ພັນ​ທະ​ໃໝ່​ຂຶ້ນຕື່ມ, ຈຳ​ກັດ​ສິດນອກ​ຂອບ​ເຂດທີ່​ກົດ​ໝາຍກຳ​ນົດ. ວິ​ວັດ​ການ​ນີ້​ຕ້ອງ​ຄົບ​ຊຸດ​ກັບ​ຍຸດ​ທະ​ສາດການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ, ການພັດ​ທະ​ນາ​ລັດ​ຖະ​ບານ​ດີ​ຈີ​ຕອນ, ສັງ​ຄົມ​ດີ​ຈີ​ຕອນ ແລະ ເສດ​ຖະ​ກິດ​ດີ​ຈີ​ຕອນ.

ເງື່ອນ​ໄຂ​ສຳ​ຄັນ​ເພື່ອ​ສ້າງ​ບັນ​ດາ​ພົນ​ລະ​ເມືອງ​ດີ​ຈີ​ຕອນ​ແມ່ນ​ຮັດ​ແຄບ​ໄລ​ຍະ​ຫ່າງ​ດີ​ຈີ​ຕອນ. ການ​ຫັນ​ເປັນ​ດີ​ຈີ​ຕອນຈະ ມີ​ຄວາມ​ປົກ​ຄຸມກວດ​ລວມ​ຢ່າງ​ແທ້​ຈິງ ກໍ​່​ໍ​ຕໍ່​ເມື່ອ ຜູ້​ມີ​ອາ​ຍຸ​ສູງ, ຄົນ​ພິ​ການ, ປະ​ຊາ​ຊົນ​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ຜູ້ທີ່​ມີ​ຄວາມ​ຈຳ​ກັດ​ດ້ານ​ທັກ​ສະ ແລະ ເງື່ອ​ນ​ໄຂ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີ ບໍ່​ຖືກ​ປະ​ໄວ້​ຢູ່​ເບື້ອງຫຼັງ. ການ​ພັດ​ທະ​ນາ​ພົນ​ລະ​ເມືອງ​ດີ​ຈີ​ຕອນ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ໜູນ​ຊ່ວຍ​ດ້ານ​ທັກ​ສະ, ວັດ​ຖຸ​ອຸ​ປະ​ກອນ, ການ​ເຊື່ອມ​ຕໍ່ ແລະ ບັນ​ດາ​ແບບວິ​ທີ​ການ​ຮັບ​ໃຊ້ທີ່​ເໝາະ​ສົມ​ກັບ​ແຕ່​ລະ​ກຸ່ມ​ຊຸມ​ຊົນ. ເພື່ອ​ໃຫ້​ຫຼາຍ​ຄົນ​ຮູ້​ຈັກ​ເຖິງ ບັນ​ດາ​ຜົນ​ປະ​ໂຫຍດ​ດ້ານ​ດີ​ຈີ​ຕອ​ນ​ນັ້ນ, ໃນ​ໄລ​ຍະ​ຜ່ານ​ມາ ຢູ່ຫຼາຍ​ທ້ອງ​ຖິ່ນ ຂະ​ບວນ​ການ​​ປະ​ຊາ​ສຶກ​ສາ​ດີ​ຈີ​ຕອນ ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ວົງ​ກວ້າງ ແລະ ນຳ​ມາ​ເຊິ່ງ ປະ​ສິດ​ທິ​ຜົນ​ຢ່​າງ​ຈະ​ແຈ້ງ.