ວັນທີ 12 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 873 ຄົນ

ວັນທີ 12 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 873 ຄົນ, ເພີ່ມຂຶ້ນ 305 ຄົນ ເມື່ອທຽບໃສ່ວັນທີ 11 ກໍລະກົດ ແລະ ມີຜູ້ເສຍຊີວິດ 1 ຄົນ.

ໃນວັນດຽວກັນ, ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 9.151 ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ທີ່ໄດ້ປິ່ນປົວຫາຍດີແລ້ວຂຶ້ນເປັນ 9.780.172 ຄົນ.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນໄດ້ຫຼາຍກວ່າ 236,1 ລ້ານໂດສ.