ທ່ານນາຍົກລັດຖະມົນຕີ ສວີເດນ Ulf Kristersson (ພາບເອກະສານ: AFP/TTXVN) |
ຕາມແຈ້ງການຂອງທຳນຽບຂາວ ສະບັບອອກວັນທີ 01 ກໍລະກົດ, ການນຳສອງທ່ານກໍພິຈາລະນາສະພາບການຮ່ວມມືດ້ານຄວາມໝັ້ນຄົງ ກໍຄືຢັ້ງຢືນຄືນທັດສະນະ ສວີເດນ ຄວນເຂົ້າຮ່ວມອົງການສົນທິສັນຍາ ອັດລັງຕິກເໜືອ (NATO) “ຍິ່ງໄວກໍຍິ່ງດີ”. ໄປຄຽງຄູ່ກັນນັ້ນ, ການນຳສອງປະເທດ ຄາດວ່າຈະປຶກສາຫາລືກ່ຽວກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ພ້ອມກັບບັນຫາອື່ນໆ ຄື ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຫຼືບັນດາເຕັກໂນໂລຢີຫາກໍພົ້ນເດັ່ນ.
ເດືອນ ພຶດສະພາ 2022, ສວີເດນ ໄດ້ຍື່ນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO. ເຖິງຢ່າງໃດກໍຕາມ, ໃນວິວັດການໃຫ້ສັດຕະຍາບັນ ປະເທດນີ້ ຖືກ ຕວັກກີ ແລະ ຮຸງກາຣີ ຄັດຄ້ານ.

