|
(ພາບ: VGP) |
ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 127 ປີ ແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ແລະ ແຜນຮ່າງ “ພັດທະນາວັດທະນະທຳອ່ານໃນປະຊາຄົມເຖິງປີ 2020, ກຳນົດທິດເຖິງປີ 2030“, ເຊິ່ງທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດແລ້ວ. ທີ່ພິທີໄຂ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ປຸກລະດົມຂະບວນການ “ອ່ານ ແລະ ຮຳ່ຮຽນຕະຫຼອດຊີວິດຕາມແບບຢ່າງປະທານໂຮ່ຈີມິນຜູ້ຍິ່ງໃຫຍ່“ ດ້ວຍການຕອບສະໜອງຂອງຜູ້ຕາງໜ້າການນຳທ້ອງຖີ່ນ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍ.
ໃນໂອກາດນີ້, ມີການເຄື່ອນໄຫວຫຼາຍຢ່າງໄດ້ຮັບການຈັດຕັ້ງເຊັ່ນ: ການເສັງສິລະປະຈັດລຽງປື້ມດ້ວຍບັນດາຮູບສະແດງໃຫ້ເຫັນຫົວຂໍ້ກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ, ປະທານ ໂຮ່ຈີມິນ, ດ້ວຍການເຂົ້າຮ່ວມຂອງບັນດາຫໍສະໝຸດ, ສຳນັກປື້ມ, ສຳນັກພິມຈຳໜ່າຍ ແລະ ຫໍພິພິທະພັນ ໂຮ່ຈີມິນ.

