|
ພາບ:VTV |
ກ່າວຄຳເຫັນນະທີ່ນີ້ ທ່ານນາງ ຮອງປະທານສະພາແຫ່ງຊາດ ຢືນຢັນ: ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນໂອກາດເພື່ອໃຫ້ປະຊາຊົນທົບທວນຄືນຄວາມອົງອາດກ້າຫານຂອງປະຊາຊົນທັງຊາດ, ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຂະບວນການແທດຈິງ ປະກອບສ່ວນການສ້າງຊີວິດໃຫ້ປະຊາຊົນມີຄວາມອີ່ມຫນຳສຳລານສົມບູນພູນສຸກ.
ໃນວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກໍ່ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ເຂດຕົວເມືອງ ບີ່ງເກີຍ A ຕາແສງ ບີ່ງຈວ໋ນ ແຂວງ ບີງເຢືອງ. ກ່າວຄຳເຫັນນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີເນັ້ນຫນັກວ່າ ເພື່ອເພີ່ມທະວີກຸ່ມກ້ອນມະຫາສາມັກຄີຢູ່ທ້ອງຖິ່ນຕ່າງໆກວ່າອີກ, ທຸກຂັ້ນ, ທຸກຂະແຫນງການຄວນປ່ຽນໃຫມ່ວຽກງານໂຄສະນາ, ຂົນຂວາຍປະຊາຊົນກໍ່ສ້າງສະພາບແວດລ້ອມການດຳລົງຊີວິດໃຫ້ມີຄວາມສິວິໄລ, ອູ້ມຊູຊ່ວຍເຫລືອເຊິ່ງກັນ ແລະກັນໃນຊີວິດປະຈຳວັນ.
ເນື່ອງໃນໂອກາດນີ້ ທ່ານເຈີນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ກໍ່ໄດ້ເຂົ້າຮ່ວມວັນບຸນຢູ່ເຂດຊຸມຊົນ ດົງແອນ ຕາແສງ ກີມບີງ ເມືອງຈຽມຮວາ ແຂວງ ຕວຽນກວາງ.

