ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ (ພາບ: TTXVN) |
ທີ່ວັນບຸນ, ທ່ານນາງ ເຈືອງທິມາຍ ຮັບຮູ້, ຍ້ອງຍໍ ແລະ ຕີລາຄາສູງບັນດາໝາກຜົນດີເດັ່ນ ເຊິ່ງບ້ານ ເຍີນຮ່ວາ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານນາງ ເຈືອງທິມາຍ ປາດຖະໜາວ່າ ປະຊາຊົນບ້ານ ເຍີນຮ່ວາ ສືບຕໍ່ແຂ່ງຂັນພັດທະນາການຜະລິດ, ສ້າງສະພາບແວດລ້ອມວັດທະນະທຳປອດໃສ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ…
ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ມອບທຶນສຶກສາ 50 ທຶນ (ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ) ໃຫ້ນັກຮຽນຂອງໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນຕາແສງ ຮ່ວາງວັນທຸ.

