​ນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່ ເອີ​ລົບ ໄດ້​ຈັດຂຶ້ນໃນວັນທີ 31 ຕຸລາ, ຢູ່ ສ.ເຊັກໂກ. ​ກ່າວ​ຄຳ​ເຫັນ​ໄຂ​ລາຍ​ການ, ທ່ານ ຮວ່າງດິ່ງທັງ, ປະທານສະຫະພັນ​ສະ​ມາ​ຄົມ​ຊາວ ຫວຽດນາມ ອາ​ໃສ​ຢູ່ ເອີລົບ, ໄດ້ຢືນຢັນວ່າ ວັນບຸນແມ່ນຈຸດ​ນັດ​ພົບ​ດ້ານ​ວັດ​ທະ​ນະທຳ, ແຫ່ງເຊື່ອມຕໍ່ລຸ້ນຊາວ ຫວຽດນາມ, ພິ​ເສດແມ່ນລຸ້ນໜຸ່ມ ກັບ​ກົກ​ເຄົາ​ເຫງົ້າ​ກໍ​ຂອງ​ຊາດ.

ທີ່ເຫດ​ການ, ທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທຳອິດວັນບຸນສາມັກຄີທົ່ວ​ປວງ​ຊົນ​ທັງ​ຊາດ ໄດ້ຈັດຂຶ້ນຢູ່ຕ່າງປະເທດ. ​ເຫດ​ການ​ແມ່ນບາດ​ກ້າວ​ຜັນ​ຂະ​ຫຍາຍການປະຕິບັດມະຕິເລກທີ 23 ສະ​ບັບ​ອອກວັນທີ 2 ສິງຫາ 2026, ຂອງກົມການເມືອງກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່​ຕ່າງ​ປະ​ເທດ; ຢືນຢັນວ່າ ພໍ່​ແມ່​ປະ​ຊາ​ຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນສ່ວນໜຶ່ງທີ່ບໍ່ສາມາດ​ຕັດ​ແຍກ​ອອກຈາກປະ​ຊາ​ຄົມ​ບັນ​ດາ​ເຜົ່າ ຫວຽດນາມ ໄດ້. ​ເຫດ​ການກໍ່​ແມ່ນໂອກາດໃຫ້​ປະ​ຊາ​ຄົມຊາວ ຫວຽດນາມ ອາ​ໃສ​ຢູ່ ເອີລົບ ເພີ່ມທະວີການພົບ​ປະແລກປ່ຽນ, ແບ່ງປັນ​ບົດ​ຮຽນ, ເຊື່ອມຕໍ່​ບັນ​ດາສະມາຄົມ, ຜ່ານນັ້ນ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງສັງ​ລວມ ແລະ ປຸກ​ລຸກ​ນ້ຳ​ໃຈຄວາມຮັບຜິດຊອບຕໍ່ການພັດທະນາ​ຂອງ​ປະ​ເທດ​ຊາດ.