ຕອນເຊົ້າວັນທີ 4 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນວັນບຸນນະວັດຕະກຳແຫ່ງຊາດປີ 2026 ດ້ວຍຫົວຂໍ້ “ນະວັດຕະກຳ - ກຳລັງໜູນພັດທະນາຂອງທົ່ວສັງຄົມ”. ວັນບຸນໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີເປັນເຈົ້າພາບ,ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍຈັດຂຶ້ນ. ກ່າວຄຳເຫັນທີ່ເຫດການ, ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະບຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໄດ້ກຳນົດການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ແມ່ນບາດກ້າວບຸກທະລຸສຳຄັນແຖວໜ້າ, ແມ່ນກຳລັງໜູນຫຼັກເພື່ອພັດທະນາກຳລັງຜະລິດທັນສະໄໝຢ່າງແຮງ, ສ້າງການພົວພັນການຜະລິດໃຫ້ສົມບູນແບບ, ປ່ຽນແປງໃໝ່ວິທີການຄຸ້ມຄອງແຫ່ງຊາດ, ປະກອບສ່ວນນຳປະເທດຊາດພັດທະນາບຸກທະທຸໃນສັງກາດໃໝ່. ໃນສະພາບການນັ້ນ, ນະວັດຕະກຳ ບໍ່ພຽງແຕ່ແມ່ນຂົງເຂດທີ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ເທົ່ານັ້ນ ຫາກຍັງແມ່ນກຳລັງໜູນຕ້ອງເລີ່ມຕົ້ນຢ່າງແຮງໃນທົ່ວພື້ນຖານເສດຖະກິດ ແລະ ສັງຄົມອີກດ້ວຍ.
