ທ່ານປະທານາທາບໍດີລັດເຊຍ Vladimir Putin ເຂົ້າຮ່ວມກອງປະຊຸມທາງໄກ ກັບ ທ່ານປະທານປະເທດຈີນ ສີຈິ້ນຜິງ (ພາບ: TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Vladimir Putin ຈະໄປຈີນ ເພື່ອເຂົ້າຮ່ວມພິທີໄຂງານມະຫາກຳກິລາລະດູໜາວ Olympic ປັກກິ່ງ 2022 ເຊິ່ງຄາດວ່າຈະດຳເນີນໃນວັນທີ 4 ກຸມພາ. ຕາມທ່ານແລ້ວ, ໃນການເຈລະຈາສຸດຍອດຈະມາເຖິງ, ການນຳສອງທ່ານ ຈະແລກປ່ຽນທັດສະນະກ່ຽວກັບຍຸດທະສາດສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ເອີລົບ, ການເຈລະຈາ ລະຫວ່າງ ລັດເຊຍ, ອາເມລິກາ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ພ້ອມກັບບັນດາບັນຫາໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ການນຳສອງທ່ານກໍ່ຈະປຶກສາຫາລືບັນດາບັນຫາການຄ້າ ແລະ ອາວະກາດ.