|
(ພາບ: THX/TTXVN) |
ກ່າວຄຳເຫັນໃນພິທີສະເຫຼີມສະຫຼອງວັນສາກົນລົບລ້າງອາວຸດນິວເຄຼຍໃຫ້ໝົດກ້ຽງ ໂດຍສະມັດຊາໃຫຍ່ສະຫະປະຊາຊາດ ຈັດຕັ້ງ, ທ່ານເລຂາທິການໃຫຍ່ Guterres ເວົ້າວ່າ: “ໂລກປອດອາວຸດນິວເຄຼຍແມ່ນວິໄສທັດທົ່ວໂລກ ຮຽກຮ້ອງໃຫ້ມີປະຕິກິລິຍາທົ່ວໂລກ”. ຕາມຜູ້ນຳໜ້າສະຫະປະຊາຊາດແລ້ວ, ເຖິງວ່າມະນຸດເດີນຕາມເປົ້າໝາຍສ້າງໂລກຄືແນວນັ້ນ, ແຕ່ຫວ່າງມໍ່ໆມານີ້ໄດ້ເກີດມີສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີບັນດາເຫດທົດລອງນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ. ສະນັ້ນ, ທ່ານເລຂາທິການໃຫຍ່ Guterres ເນັ້ນໜັກວ່າ, ບັນດາປະເທດມີອາວຸດນິວເຄຼຍຕ້ອງມີຄວາມຮັບຜິດຊອບພິເສດ, ຕ້ອງນຳໜ້າດ້ວຍບັນດາມາດຕະການຢ່າງລະອຽດ, ໃນນັ້ນມີບັນດາບາດກ້າວໄດ້ຮັບຄວາມເຫັນດີໃນບັນດາກອງປະຊຸມທີ່ແຕກຕ່າງກັນ ເພື່ອແນໃສ່ຕີລາຄາຄືນສົນທິສັນຍາຫ້າມແຜ່ຂະຫຍາຍອາວຸດນິວເຄຼຍ (NPT).

