|
ຄວາມສຳຄັນຂອງເລື່ອງມອບສິດໃຫ້ຊາວໜຸ່ມ (ພາບ: TTXVN) |
ທີ່ງານໂຮມຊຸມນຸມມິດຕິງ, ທ່ານ Kamal Monhotra, ຜູ້ປະສານງານສະຫະປະຊາດ ປະຈຳຫວຽດນາມ, ໃຫ້ຮູ້ວ່າ: ວັນຊາວໜຸ່ມສາກົນ ແມ່ນໄດ້ຕັກເຕື່ອນໃຫ້ພວກເຮົາກ່ຽວກັບຄວາມສຳຄັນຂອງເລື່ອງມອບສິດໃຫ້ຊາວໜຸ່ມ ຍ້ອນວ່າ ເຂົາເຈົ້າແຕ່ລະຄົນລ້ວນແຕ່ກຳແໜ້ນບົດບາດສຳຄັນ, ລ້ວນແຕ່ມີຄວາມຂະຫຍັນຂັນເຄື່ອນ ແລະ ມີຄຸນນະທາດພິເສດ.
ໃນຂອບເຂດເຫດການ, ໄດ້ດຳເນີນການເຈລະຈານະໂຍບາຍລະຫວ່າງຜູ້ຕາງໜ້າຊາວໜຸ່ມກັບການນຳບັນດາອົງການຂອງລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ. ຢູທີ່ນີ້, ທ່ານ ຫງວຽນຈ້ອງເທື່ອ, ຮອງລັດຖະມົນຕີກະຊວງພາຍໃນໃຫ້ຮູ້ວ່າ.
“ດ້ວຍຄວາມຮັບຜິດຊອບຕໍ່ຊາວໜຸ່ມ, ໃນໄລຍະຈະມາເຖິງ ກະຊວງພາຍໃນ ສົມທົບກັບບັນດາກະຊວງ, ຂະແໜງການທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງສາກົນເປັນເສນາທິການ ສະເໜີໃຫ້ບັນດາຂັ້ນທີ່ມີສິດອຳນາດເພື່ອສ້າງ ແລະ ປັບປຸງລະບົບກົດໝາຍສຳລັບຊາວໜຸ່ມ. ສືບຕໍ່ຜັນຂະຫຍາຍບັນດາເປົ້າໝາຍ, ຄາດໝາຍພັດທະນາຍຸດທະສາດໄລຍະ 2011 – 2020 ແລະ ນະໂຍບາຍກົດໝາຍອື່ນໆທີ່ກ່ຽວຂ້ອງເຖິງຊາວໜຸ່ມເຊິ່ງໄດ້ປະກາດໃຊ້ແລ້ວ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ຊາວໜຸ່ມອຸທິດສ່ວນ ແລະ ເຕີບໂຫຍ່”.

