ພາບປະກອບ |
ວັນທີ 21 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 50.191 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.160.090 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 250 ຄົນ
ໄລ່ຮອດຕອນແລງວັນທີ 21/ທັນວາ, ຫວຽດນາມ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ຫຼາຍກວ່າ 140,4 ລ້ານໂດສ. ປະຈຸບັນອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 97% ແລະ ອັດຕາການສັກວັກຊີນ 2 ເຂັມແມ່ນ 83,6% ຈຳນວນປະຊາກອນໄວ 18 ປີຂຶ້ນໄປ.

