ການເອົາຕົວຢ່າງມາວິໄຈຫາເຊື້ອ

ນັບແຕ່ເວລາ 17 ໂມງ ຂອງວັນທີ 28 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 29 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 8.758 ຄົນ, ໃນນັ້ນມີ 14 ກໍລະນີມາຈາກຕ່າງປະເທດ ແລະ 8.744 ກໍລະນີຢູ່ພາຍໃນປະເທດໃນ 33 ແຂວງ ແລະ ນະຄອນ. ເປັນອັນວ່າ ໄລຮອດວັນທີ 29 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 779.398 ຄົນ ຢືນອັນດັບ154/223 ປະເທດ ແລະເຂດແຄ້ວນໃນໂລກ

ໃນວັນທີ 29 ກັນຍາ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 23.568 ຄົນ ອັນໄດ້ຍົກ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີຂຶ້ນເປັນ 583.509 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 162 ຄົນ.