ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ມອບຫຼຽນໄຊແຮງງານຊັ້ນສອງໃຫ້ແກ່ຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ |
ກ່າວຄຳເຫັນທີ່ນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈີ່ນແທງເໝີ້ນ ໄດ້ສະເໜີໃຫ້ ຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ປະຕິບັດການຮັບໃບຄຳຮ້ອງຟ້ອງ, ຮ້ອງທຸກ, ເພີ່ມທະວີການຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ, ຈົດໝາຍ ແລະ ຕິດຕາມກວດກາບັນດາກໍລະນີຮ້ອງທຸກ ຮ້ອງຟ້ອງ, ອັບເດັດ, ແລະ ສຶກສາຄົ້ນຄ້ວາລະບຽບການຂອງພັກ ແລະ ລັດ ຢ່າງເປັນປະຈຳ ໂດຍສະເພາະແມ່ນບັນຫາທີ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈ.
