ທ່ານ Sergey Shoygu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ (ພາບ: AP)

ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ທ່ານ Sergey Shoygu ລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດນີ້ ພ້ອມກັບຄູ່ຕຳແໜ່ງ ຊີຣີ ແລະ ຕວັກກີ ໄດ້ດຳເນີກການເຈລະຈາ 3 ຝ່າຍຢູ່ ມົດສະກູ ໃນວັນທີ 28 ທັນວາ ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການແກ້ໄຂວິກິດການຢູ່ ຊີຣີ, ບັນຫາຊາວອົບພະຍົບ, ຄວາມມານະພະຍາຍາມລວມ ເພື່ອຮັບມືກັບພວກຫົວຮຸນແຮງຢູ່ ຊີຣີ. ພາຍຫຼັງການພົບປະ, ລັດຖະມົນຕີ 3 ປະເທດ ໄດ້ຕີລາຄາວ່າ ການເຈລະຈາດັ່ງກ່າວຖືກດຳເນີນບົນຈິດໃຈສ້າງສັນ, ພ້ອມທັງເນັ້ນໜັກເຖິງຄວາມຈຳເປັນສືບຕໍ່ດຳເນີນການເຈລະຈາເພື່ອໃຫ້ສະພາບການຢູ່ ຊີຣີ ກໍຄື ພາກພື້ນ ມີສະຖຽນລະພາບຫຼາຍກວ່າ.