ຕາມເວັບໄຊຂອງ ກະຊວງການຕ່າງປະເທດ ອີຣານແລ້ວ, ທ່ານ Amir Abdollahian ໄດ້ເຕື້ອງເຖິງການປະທະກັນຢູ່ ເຢແມນ, ທ່ານເນັ້ນໜັກວ່າ ອີຣານ ສະໜັບສະໜູນ ວິທີການແກ້ໄຂທາງການເມືອງ ເພື່ອແນໃສ່ຢຸດຕິການປະທະກັນຢູ່ປະເທດນີ້. ທ່ານກໍ່ຮຽກຮ້ອງໃຫ້ ສປຊ ສວມບົດບາດໃຫຍ່ຢູ່ ເຢແມນ ແລະ ມີຄວາມສົນໃຈເປັນພິເສດເຖິງວິກິດການດ້ານມະນຸດສະທຳ ກໍ່ຄືສະພາບການຂອງຊາວລີ້ໄພ ອາບການິດສະຖານ ພຽງແຕ່ໃນເວລາ 2 – 3 ເດືອນຜ່ານມາ, ອີຣານໄດ້ຮັບຊາວລີ້ໄພ ອາບການິດສະຖານ ປະມານ 800.000 ຄົນ. ທ່ານກໍ່ຢັ້ງຢືນ ຫຼັກໝັ້ນຂອງ ເຕເຮຣານ ອີກເທື່ອໜຶ່ງກ່ຽວກັບການສ້າງລັດຖະບານຮອບດ້ານຢູ່ ອາບການິດສະຖານ, ພ້ອມທັງເນັ້ນໜັກວ່າ ອີຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ເພື່ອມອບສົ່ງເຄື່ອງໜູນຊ່ວຍດ້ານມະນຸດສະທຳ ຂອງປະຊາຄົມສາກົນ ໄປຍັງ ອາບການິດສະຖານ.
ວົງການເຈົ້າໜ້າທີ່ ສປຊ ແລະ ອີຣານ ແລກປ່ຽນຫຼາຍບັນຫາສາກົນ
(VOVWORLD) -ວັນທີ 28 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ວິວັດການເຈລະຈາດ້ານນິວເຄຼຍ ຢູ່ ວຽນນາ (ປະເທດໂອຕາລິດ).
