ລະດັບການເຕີບໂຕຂອງພື້ນຖານເສດຖະກິດອາເມລິກາຂອງ ໂລກ ຈະຫຼຸດລົງ ຍັງເຫຼືອ 1,7% ໃນປີ 2020

(ພາບ: TTXVN)

ຕາມການຄາດຄະເນຂອງ S&P Global Ratings ແລ້ວ, ລະດັບການເຕີບໂຕຂອງພື້ນຖານເສດຖະກິດອັນດັບທີ 1 ຂອງ ໂລກ ຈະຫຼຸດລົງ ຍັງເຫຼືອ 1,7% ໃນປີ 2020. ບັນດານັກເສດຖະກິດຂອງບໍລິສັດນີ້ກໍ່ຄາດຄະເນວ່າ ລະດັບການເຕີບໂຕເສດຖະກິດ ອາເມລິກາ ຈະຫຼຸດລົງ 2,3% ໃນປີນີ້, ຕ່ຳກ່ວາລະດັບຄາດຫວັງ 2,5% ພ້ອມທັງຖືວ່າ ສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ແມ່ນໜຶ່ງໃນບັນດາສາເຫດຕົ້ນຕໍ. ຕາມຂໍ້ສັງເກດຂອງ ທ່ານ Ann Bovino ນັກຊ່ຽວຊານດ້ານການເຕີບໂຕເສດຖະກິດຂອງ S&P Global Ratingsແລ້ວ, ສົງຄາມການຄ້າກັບຈີນພວມກໍ່ຜົນກະທົບຕໍ່ເສດຖະກິດອາເມລິກາໂດຍບໍ່ຫົວຊາຕໍ່ ຄ່າໃຊ້ຈ່າຍບໍລິໂພກ, ຕະຫຼາດແຮງງານ ແລະ ເຮືອນຢູ່ຂອງ ອາເມລິກາ ພວມເຂັ້ມແຂງຢູ່.