ທ່ານ Sung Kim ແລະ ທ່ານນາງ Choe Son-hui (ພາບ: Yonhap/TTXVN |
ຄະນະເຈລະຈາຂອງ ອາເມລິກາ ໂດຍທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຟີລິບປີນ Sung Kim ເປັນຫົວໜ້າຄະນະ ໄດ້ພົບປະກັບຄະນະປະຕິບັດງານ ສປປ.ເກົາຫຼີ ໂດຍທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ Choe Son-hui ນຳໜ້າ, ແລະ ດຳເນີນກອງປະຊຸມຄັ້ງທີ 2. ຈຸດສຸມຂອງກອງປະຊຸມຄັ້ງນີ້ ແມ່ນຊອກຫາຈຸດລວມໃນວິທີການປອດນິວເຄຼຍຮອບດ້ານກໍ່ຄືແຜນນະໂຍບາຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ວິທີການປອດນິວເຄຼຍຕາມແຕ່ລະໄລຍະ ແລະ ຫຼັກໝັ້ນຂອງ ສປປ.ເກົາຫຼີ

