|
ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker (ພາບ: EFE/ TTXVN) |
ໃນສື່ສັງຄົມອອນລາຍ Twitter, ທ່ານລັດຖະມົນຕີການຕ່າງປະເທດ Maas ເນັ້ນໜັກວ່າ ໝາກຜົນດັ່ງກ່າວໄດ້ພິສຸດໃຫ້ເຫັນວ່າ ຖ້າຫາກຄວາມສາມັກຄີ, ສຽງເວົ້າຂອງອີຢູ ມີນ້ຳໜັກແມ່ນຍ້ອນກຸ່ມອາດຈະມີຄວາມເຊື່ອໝັ້ນຕົນເອງໃນການເຈລະຈາ ແລະ ມີຄວາມສະເໝີພາບ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງເສດຖະກິດເຢຍລະມັນ Peter Altmaier ໄດ້ຕີລາຄາແຜນການຂອງອາເມລິກາ - ອີຢູ ວ່າແມ່ນບາດກ້າວບຸກທະລຸຊ່ວຍຫຼີກລ້ຽງໄພເກີດສົງຄາມການຄ້າ ແລະ ປົກປັກຮັກສານັບລ້ານວຽກເຮັດງານທຳ.
ບັນດາວິສາຫະກິດເຢຍລະມັນ ກໍຊົມເຊີຍແຜນການຂອງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານຄະນະກຳມະການເອີລົບ Juncker ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ, ແຕ່ກໍ່ເນັ້ນໜັກເຖິງຄຳວ່າ ເວົ້າຕ້ອງໄປຄຽງຄູ່ກັບການກະທຳ.

