ບັນດາອົງການຄວາມໝັ້ນຄົງ ອາເມລິກາ ພວມຍູ້ແຮງວຽກງານກະກຽມໃຫ້ແກ່ World Cup 2026 ດ້ວຍເນື້ອໃນຈຸດສຸມແມ່ນຮັບມືກັບບັນດາໄພນາບຂູ່ຈາກເຄື່ອງບິນບໍ່ມີຄົນຂັບ. ຕາມນັ້ນແລ້ວ, ຫວ່າງມໍ່ໆມານີ້, ກຳລັງປະຕິບັດໜ້າທີ່ພິເສດລະຫວ່າງຂະແໜງ 401 ຂອງ ອາເມລິກາ ໄດ້ເດີນທາງໄປຮອດນະຄອນ Kansas, ລັດ Missouri, ບ່ອນທີ່ຈັດບັນດານັດແຂ່ງຂັນໃນຮອບຊີງຊະນະເລີດ World Cup ເພື່ອຕີລາຄາວຽກງານກະກຽມຂອງທ້ອງຖິ່ນ ກ່ອນເວລາດຳເນີນການແຂ່ງຂັນບານໂລກໃນອາທິດໜ້າ.
ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ປຶກສາຫາລືສຸມໃສ່ການສ້າງລະບົບຕິດຕາມກວດກາເຂດນ່ານຟ້າ, ແບ່ງປັນຂໍ້ມູນຕາມເວລາຕົວຈິງ ແລະ ບັນດາແບບວິທີກວດພົບ, ສະກັດກັ້ນເຄື່ອງບິນບໍ່ມີຄົນຂັບເຄື່ອນໄຫວແບບຜິດກົດໝາຍໃນໄລຍະດຳເນີນການແຂ່ງຂັນ.
ຕາມກະຊວງປ້ອງກັນປະເທດ ອາເມລິກາ ແລ້ວ, ອົງການນີ້ ພວມສົມທົບກັບກຸ່ມປະຕິບັດງານ World Cup ຂອງທຳນຽບຂາວ ເພື່ອໜູນຊ່ວຍເງິນຈຳນວນກວ່າ 100 ລ້ານ USD ຮັບໃຊ້ບັນດານະຄອນທີ່ເປັນເຈົ້າພາບຈັດການແຂ່ງຂັນຕ້ານເຄື່ອງບິນບໍ່ມີຄົນຂັບ. World Cup 2026 ຈະດຳເນີນແຕ່ວັນທີ 11 ມິຖຸນາ ຫາວັນທີ 19 ກໍລະກົດ ຢູ່ ອາເມລິກາ, ການາດາ ແລະ ເມັກຊີໂກ, ໃນນັ້ນ ອາເມລິກາ ເປັນເຈົ້າພາບຈັດການແຂ່ງຂັນສ່ວນຫຼາຍ ຢູ່ 11 ນະຄອນ./.
ນັກຂ່າວ VOV ປະຈຳ ອາເມລິກາ
