ນັດ​ແຂ່ງ​ຂັນ​ກັບ ກາ​ຕາ ໄດ້​ກາຍ​ເປັນ​ຂີດ​ໝາຍ​ທີ່​ຍາກ​ຈະຫຼົງ​ລືມ​ໄດ້​ສຳ​ລັບ​ແຟນ​ບານ​ປະ​ເທດ​ນີ້. ບໍ່​ພຽງ​ແຕ່​ຍ້ອນ​ການ​ແຂ່ງ​ຂັນ​ທີ່​ຈັບ​ອົກ​ຈັບ​ໃຈ ດ້ວຍ​ການ​ເອົາ​ຊະ​ນະ 6 ປະ​ຕູ​ຕໍ່ 0 ຂອງ​ທິມ​ປະ​ເທດ​ເຈົ້າ​ພາບ​ເທົ່າ​ນັ້​ນ, ຫາ​ກ​ຍັງ​ແມ່ນ​ຄວາມ​ຮູ້​ສຶກເປັນຄັ້ງ​ທຳ​ອິດ​ທີ່​ປະ​ຊາ​ຊົນ ກາ​ນາ​ດາ ໄດ້​ເຊື່ອມ​ຕົວ​ໃນ​ຄວາມ​ມ່ວນ​ຊື່ນ​ຢູ່​ເວ​ທີ​ແຂ່ງ​ຂັນ​ບານ​ເຕະ​ໃຫຍ່​ສຸດ​ໃນ​ໂລກ​ອີກ​ດ້ວຍ.

World Cup 2026 ພວມ​ຊີ້​ໃຫ້​ເຫັນ​ວ່າ ບານ​ເຕະ​ມີ​ກຳ​ລັງ​ແຮງ​ເຊື່ອມ​ຕໍ່​ເປັນ​ພິ​ເສດ, ສ້າງ​ເວ​ທີ​ລວມ​ໃຫ້​ແກ​່​ບັນ​ດາ​ປະ​ຊາ​ຄົມ​ທີ່​ມີ​ຄວາມຫຼາກຫຼາຍສີ​ສັນ​ດ້ານ​ວັດ​ທະນະ​ທຳ, ພາ​ສາ, ກົກ​ເຄົ້າ ແລະ ພວມ​ປ່ຽນ​ແປງ ກາ​ນາ​ດາ ຕາມ​ແບບ​ວິ​ທີ​ທີ່​ບໍ່​ຄາດ​ຄິດ.

ສ່ວນ​ຢູ່ ອາ​ເມ​ລິ​ກາ, ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ຄຶກ​ຄື້ນ​ຂອງ FIFA Fan Festival ຢູ່ Phiadelphia, ລັດ​ Pennsylvania ຂອງ ອາ​ເມ​ລິ​ກາ, ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທີ່​ດຶງ​ດູດ​ແຟນ​ບານຫຼາຍ​ທີ່​ສຸດ ແມ່ນ FIFA Store, ຮ້ານ​ຂ​າຍ​ເຄື່ອງ​ທາງ​ການ​ຂອງ​ສະ​ຫະ​ພັນ​ບານ​ເຕະ​ໂລກ.