ພາຍຫຼັງໄດ້​ດຳ​ເນີນ​ການ​ແຂ່ງ​ຂັນ​ມາ​ເປັນ​ເວ​ລາ​ກ່​ວາ 1 ເດືອນ, World Cup 2026 ຈະ​ສີ້ນ​ສຸດ​ລົງດ້ວຍ​ນັດ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ​ລະ​ຫວ່າງ​ທິມ​ຊາດ ອັກ​ຊັງ​ຕິນ ແລະ ທິມ​ຊາດ ແອັດ​ສະ​ປາຍ ຢູ່​ສະ​ໜາມ​ກິ​ລາ Met Life New Jersey ປະ​ເທດ, ອາ​ເມ​ລິ​ກາ ໃນ​ວັນ​ທີ 19 ກໍ​ລະ​ກົດ​ຕາມ​ເວ​ລາ​ທ້ອງ​ຖິ່ນ. ລາງວັນ​ໃຫ້​ແກ່​ທິມ​ຊະ​ນະ​ເລີດ​ຈະ​ແມ່ນ​ຂັນ​ຄຳ-ສັນ​ຍາ​ລັກ​ສູງ​ສຸດ​ຂອງ​ບານ​ເຕະ​ໂລກ.

ຂັນ​ຄຳ World Cup ປະ​ຈຸ​ບັນ​ສູງ 36 ແຊັນ, ມີ​ນ້ຳ​ໜັກ​ປະ​ມານ 6.2 ໂລ, ໄດ້​ເຮັດ​ຈາກ​ຄຳ 18 carat, ​ຊື່ງແມ່ນ​ຜົນ​ງານ​ຂອງ​ທ່ານ Silvio Gazzaniga ​ນັກ​ແກະຄັ​ວດ​ສະຫຼັກຊາວ ອີ​ຕາ​ລີ. ຂັນ​ຄຳ​ໄດ້​ອອກ​ແບບ​ຮູ​ບ​ສອງ​ຄົນ​ຍົກ​ໜ່ວຍ​ໂລກ ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຈຸດ​ເວ​ລາ​ເປັນ​ກຽດ​ສະ​​ຫງ່າ​​ ແລະ ຄວາມ​ຜາ​ສຸກ​ຂອງ​ແຟນ​ບານ.