ບານ 2 ລູກ​​ທີ່​ນັກ​ກິ​ລາ Mikel Oyarzabal ແລະ Pedro Porro ເຕະເຂົ້າປະ​ຕູ​ຂອງ ຝ​ລັ່ງ​ ນັ້ນ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້ ແອັດ​ສະ​ປາຍ ຍາດ​ໄດ້​ປີ້​ເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດເທົ່າ​ນັ້ນ, ຫາກ​ຍັງ​ຍົກ​ຈຳ​ນ​ວນ​ບານ​ທີ່​ທິມ​ນີ້​ຍິງ​ເຂົ້າ​ປະ​ຕູ​ທັງ​ໝົດ​ແມ່ນ 13 ປະຕູ​ ພາຍຫຼັງ 6 ນັດ​ແຂ່ງ​ຂັນ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ ແອັ​ດ​ສະ​ປາຍ ບໍ່​ພຽງ​ແຕ່​ຖື​ກຳ​ມະ​ສິດ​ຖັນ​ແຖວກອງ​ໜ້າ​ທີ່​ດີ​ເທົ່າ​ນັ້ນ ຫາກ​ຍັງ​ຮັກ​ສາ​ຄວາມແນ່ນອນຂອງກອງຫຼັງ​ໄດ້​ອີກ. ນັບ​ແຕ່ເວ​ລາ​ເລີ່ມການແຂ່ງ​ຂັນ, ທິມ​ບານ​ເຕະ​ຂອງ​ຄູ​ຝຶກ Luis de la Fuente ​ຖືກ​ທິມ ແບນ​ຊິກ ຍິງ​ບານ​ເຂົ້າພຽງແຕ່ປະ​ຕູດຽວ​​ຢູ່​ຮອບ​ຄັດ​ເລືອກ 8 ທິມເທົ່ານັ້ນ​.