ກ່ຽວ​ກັບ​ໝາກ​ຜົນ​ການ​ແຂ່ງ​ຂັນ World Cup 2026, Cristiano Ronaldo ໄດ້​ມີ​ການ​ໂຕ້​ຕອບ​ຄືນ​ຢ່າງ​ສຸດຍອດ ຕໍ່​ທຸກ​ຄຳ​ສົງ​ໄສ ເມື່ອ​ມີ​ການ​ຍິງ​ບານ​ເຂົ້າ​ປະ​ຕູ 2 ລູກ​ຢ່າ​ງ​ລຽນ​ຕິດ, ປະ​ກອບ​ສ່ວນ​ຢ່່າງ​ໃຫຍ່ຫຼວງຊ່ວຍ​ນຳ ປັອກ​ຕຸຍ​ການ ເອົາ​ຊະ​ນະ ອູ​ເບ​ກິ​ດ​ສະ​ຖານ 5 ປະ​ຕູ​ຕໍ່ 0 ໃນ​ນັດ​ແຂ່ງ​ຂັນ​ທີ 2 ຢູ່ສາຍ​ K World Cup 2026 ທີ່​ເດີ່ນ​ກິ​ລາ Houston (ອາ​ເມ​ລິ​ກາ) ເມື່ອ​ຮຸ່ງ​ເຊົ້າ​ວັນ​ທີ 24 ມິ​ຖຸ​ນາ.

ໃນ​ເຫດ​ການ​ໜຶ່ງ​ທີ່​ກ່ຽວ​ຂ້ອງ, ພາຍຫຼັງ​ຍາດ​ໄດ້​ຊະ​ນະ ຈໍ​ແດນ​ ຢ່າງ​ຂາດ​ຂັ້ນ ໃນ​ການ​ແຂ່ງ​ຂັນ​ສາຍ J ຂອງ​ຮອບ​ຊີງ​ຊະ​ນະ​ເລີດ World Cup 2026, ກອງ​ໜ້າ Ibrahim Maza ຄົນ​ເຊື້ອ​ຊາດ ຫວຽດ​ນາມ - ໃນ​ທິມ​ບານ​ເຕະ ອານ​ເຊ​ຣີ ໄດ້​ຮັບ​ນາມ​ມະ​ຍົດ ນັກ​ກິ​ລາ​ດີ​ເດັ່ນ​ທີ່​ສຸດ​ຂອງ​ນັດ​ແຂ່ງ​ຂັນ ຈາກ ສະ​ຫະ​ພັນ​ບານ​ເຕ​ະ​ໂລກ (FIFA). ເຖິງວ່າ​ບໍ່​ແມ່ນ​ຜູ້​ຍິງ​ບານ​ເຂົ້າ​ປະ​ຕູ​ໂດຍ​ກົງ, ແຕ່ Maza ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດານັກ​ກິ​ລາ​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ທິມ ອານ​ເຊ​ຣີ.