ຢູ່ສາຍ A, ທິມບານເຕະ ສ.ເຊັກໂກ ແລະ ອາຟະລິກາໃຕ້ ສະເໝີກັນດ້ວຍ 1 ປະຕູຕໍ່ 1; ທິມປະເທດເຈົ້າພາບ ເມັກຊີໂກ ຍາດໄດ້ຊະນະຕໍ່ທິມບານເຕະ ສ.ເກົາຫຼີ ດ້ວຍ 1 ປະຕູຕໍ່ 0. ດ້ວຍໄຊຊະນະນີ້, ເມັກຊີໂກ ກາຍເປັນທິມທຳອິດທີ່ຜ່ານເຂົ້າຮອບແຂ່ງຂັນຄັດເລືອກ World Cup 2026. ຢູ່ສາຍ B, ທິມບານເຕະ ສະວິດ ຍາດໄດ້ຊະນະຂາດຂັ້ນຕໍ່ Bosnia & Herzegovina ດ້ວຍ 4 ປະຕູຕໍ່ 1; ທິມບານເຕະ ການາດາ ຍາດໄດ້ຊະນະ ກາຕາ ດ້ວຍ 6 ປະຕູຕໍ່ 0.
ນອກຈາກປັດໄຈວິຊາການຂອງບັນດານັດແຂ່ງຂັນແລ້ວ, ໜ່ວຍກຳມະການເພດຍິງ ຊາວ ອາເມລິກາ ບັນຊານັດແຂ່ງຂັນລະຫວ່າງ ສ.ເຊັກໂກ ກັບ ອາຟະລິກາໃຕ້ ແມ່ນຈຸດເດັ່ນ ທີ່ໄດ້ຮັບຄວາມສົນໃຈຈາກແຟນບານ.
