ບັນ​ຍາ​ກາດ​ກ່ອນ​ນັດ​ແຂ່ງ​ຂັນ​ລະ​ຫວ່າງ​ທິມ​ຊາດ ກາ​ນາ​ດາ ແລະ ອາ​ຟຼິກ​ກາ​ໃຕ້ ໃນ​ຮອບ 1/16 World Cup 2026 ພວມ​​ເພີ່ມ​ຄວາມຮ້ອນ​ຕາມ​ແຕ່​ລະ​ຊົ່ວ​ໂມງ ​ຢູ່ Canada Soccer House, ຈຸດ​ນົດ​ພົບ​ຂອງກອງ​ເຊຍ ຕໍ່​ທິມ​ຊາດ​ຂອງ​ຕົນ, ຄວາມ​ເຊື່ອມ​ໝັ້ນ​ຕໍ່​ຂີດ​ໝາຍ​ປະ​ຫວັດ​ສາດ​ໃໝ່​ຂອງບານ​ເຕະ ກາ​ນາ​ດາ ພວມ​ແຜ່​ກະ​ຈາຍ​ອອກ​ຢ່າງ​ກ້​ວາງ​ຂວາງ ພາຍຫຼັງ​ທີ່​ທິມ​ຊາດ ກາ​ນາ​ດາ ໄດ້ຜ່ານ​ຮອບ​ຄັດ​ເລືອກ. ຕາມ​ທ່ານ Kyle Bekker, ອະ​ດີດ​ນັກ​ກິ​ລາ​ຂອງ​ທິມ​ຊາດ ກາ​ນາ​ດາ, ຫົວ​ໜ້າ​ສະ​ໂມ​ສອນ Forge FC, ທິມ​ຊາດ ກາ​ນາ​ດາ ມີ​ການ​ເຕີບ​ໂຕຫຼາຍ​​ພໍ​ສົມ​ຄວນ​ຜ່ານ​ແຕ່​ລະ​ນັດ​ແຂ່ງ​ຂັນ ແລະ ກ້າວ​ເຂົ້າ​ສູ່​ຮອບ knock-out ດ້ວຍຄວາມ​ເຊື່ອ​ໝັ້ນ​ຕໍ່​ຕົນ​ເອງຫຼາຍ​ກ່​ວາ.

ສຳ​ລັບ​ທິມ​ຊາດ ສ​ປ ກົງ​ໄກ, ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ ໄດ້​ຍາດ​ສິດ​ເຂົ້າ​ຮອບ knock-out ຂອງ World Cup ​ພາຍຫຼັງ​ເອົາ​ຊະ​ນະ​ຕໍ່​ທິມ​ຊາດ Uzbekistan ດ້ວຍ 3 ປະ​ຕູ​ຕໍ່ 1 ເມື່ອ​ຕອນ​ຄ່ຳ​ວັນ​ທີ 27 ມິ​ຖຸ​ນາ. ນີ້​ແມ່ນ​ຄັ້ງ​ທີ 2 ທີ່​ປະ​ເທດ​ຕາງ​ໜ້າ​ຂອງ​ທະ​ວີບ​ ອາ​ຟຼິກ​ກາ ມີ​ໜ້າ​ຢູ່​ວັນ​ບຸນ​ບານ​ເຕະ​ໃຫ່​ຍທີ່​ສຸດ​ໜ່ວຍ​ໂລກນີ້ ພາຍຫຼັງເວ​ລາ 52 ປີ, ​ນັບ​ແຕ່​ World Cup 1974.