ດ້ວຍ​ການ​ຍິງ​ບານ​ເຂົ້າ​ປະ​ຕູ ອີ​ຢິບ, Messi ໄດ້​ຍົກ​ຜົນ​ງານ​ຂອງ​ຕົນ​ຂຶ້ນ​ເປັນ 8 ປະ​ຕູ, ສືບ​ຕໍ່​ນຳ​ໜ້າ​ບັນ​ຊີ​ລາຍ​ຊື່​ລາ​ຊາ​ຍິງ​ບານ​ເຂົ້າ​ປະ​ຕູ. ພ້ອມ​ດຽວ​ກັນ​ນັ້ນ, ລາວ​ກໍ​ເປັນ​ຄົນ​ຍິງ​ບານ​ເຂົ້າ​ປະ​ຕູ​ໃນ 9 ນັດ​ແຂ່ງ​ຂັນ World Cup ຢ່າງ​ຕໍ່​ເນື່ອງ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​, ການ​ສົ່ງ​ບານ​ໃຫ້ Cristian Romero ​ທີ່​ແນ່ນອນ ແມ່ນ​ຜົນ​ງານສ້າງ​ໂອ​ກາດ​ຍິງ​ບານ​ທີ 9 ຂອງ Messi ໃນ​ປະ​ຫວັດ​ສາດ​ບັນ​ດາ​ງານ​ມະ​ຫາ​ກຳ​ກິ​ລາ​ບານ​ເຕະ​ໂລກ, ເຮັດ​ໃຫ້​ລາວ​ກາຍ​ເປັນ​ນັກ​ກິ​ລາ​ທີ່​ສ້າງໂອ​ກາດ​ຍິງ​ບານ​ເຂົ້າ​ປະ​ຕູຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ການ​ແຂ່ງ​ຂັນ​ບານ​ເຕະ.