ວັນທີ 21 ມິຖຸນາ, ປະຫວັດສາດ World Cup ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ເມື່ອການແຂ່ງຂັນກັນລະຫວ່າງ ຍີ່ປຸ່ນ ແລະ ຕູນີຊີ ຢູ່ສະໜາມກິລາ Monterrey (Mexico) ໄດ້ຢັ້ງຢືນແມ່ນນັດເຕະທີ 1000 ໃນປະຫວັດສາດການແຂ່ງຂັນບານເຕະໂລກ. ເຖິງວ່າບໍ່ແມ່ນນັດເຕະໄດ້ຮັບການລໍຄອຍທີ່ສຸດຈາກຜູ້ຊົມ, ແຕ່ນັດເຕະນີ້ຍັງມີຄວາມໝາຍພິເສດ, ສ້າງຂີດໝາຍທີ່ເປັນໜ້າຈົດຈຳຂອງການແຂ່ງຂັນທີ່ມີຄ່າທີ່ສຸດໃນໜ່ວຍໂລກພາຍຫຼັງໜຶ່ງສະຕະວັດທີ່ຄົງຕົວ. ຈາກບັນດານັດເຕະບາດທຳອິດທີ່ໄດ້ດຳເນີນຢູ່ ອູຣູກວາຍໃນປີ 1930 ຈົນຮອດ World Cup 2026 ໄດ້ຈັດຂຶ້ນຢູ່ອາເມລິກາເໜືອ, ການແຂ່ງຂັນໄດ້ຜ່ານຜ່າວິວັດການທີ່ແກ່ຍາວເປັນເວລາ 96 ປີດ້ວຍການເຂົ້າຮ່ວມຂອງ 80 ທິມຊາດ ແລະ ລວມຍອດ 1000 ນັດ. ນັ້ນແມ່ນວິວັດການທີ່ມີບັນດາຄວາມຊົງຈຳທີ່ສະຫງ່າລາສີ, ການໂຕ້ຖຽງກັນທີ່ບໍ່ມີວັນສິ້ນສຸດ ພ້ອມກັບ goal ອະມະຕະຈຳນວນຫຼາຍ.
World Cup 2026: ປະຫວັດສາດ World Cup ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່
[VOVWORLD] - ຈາກບັນດານັດເຕະບາດທຳອິດທີ່ໄດ້ດຳເນີນຢູ່ ອູຣູກວາຍໃນປີ 1930 ຈົນຮອດ World Cup 2026 ໄດ້ຈັດຂຶ້ນຢູ່ອາເມລິກາເໜືອ, ການແຂ່ງຂັນໄດ້ຜ່ານຜ່າວິວັດການທີ່ແກ່ຍາວເປັນເວລາ 96 ປີດ້ວຍການເຂົ້າຮ່ວມຂອງ 80 ທິມຊາດ ແລະ ລວມຍອດ 1000 ນັດ.
