ຕາມຄະນະຈັດຕັ້ງແລ້ວ, ຂີດໝາຍນີ້ໄດ້ກຳນົດພາຍຫຼັງບັນດານັດເຕະໃນວັນທີ 26 ມິຖຸນາ, ເມື່ອຈຳນວນຜູ້ຊົມທັງໝົດລື່ນກາຍລະດັບ 3,58 ລ້ານເທື່ອຄົນ ຂອງ World Cup 1994. ຜົນງານນີ້ບັນລຸໄດ້ໃນສະພາບການແຂ່ງຂັນຍັງມີເຄິ່ງໜຶ່ງ, ດ້ວຍບັນດານັດເຕະ knockout ແລະ ຊີງຊະນະເລີດ ຍັງບໍ່ທັນດຳເນີນ. ສ່ວນຫຼາຍບັນດານັດເຕະລ້ວນແຕ່ຮັບຮູ້ອັດຕາສ່ວນຜູ້ເຂົ້າຊົມເຕັມສະໜາມກິລາຢູ່ລະດັບສູງ ໃນຫຼາຍນັດເຕະຢູ່ບັນດານະຄອນຂອງ ອາເມລິກາຄື: New York/New Jersey, Los Angeles, Dallas, Atlanta ແລະ Philadelphia. ສະຖິຕິໃໝ່ໄດ້ສ້າງຂຶ້ນໂດຍບໍ່ຫົວຊາຕໍ່ຄວາມວິຕົກກັງວົນຕໍ່ ຄ່າປີ້ສູງ, ລະບຽບການເຂົ້າອອກເມືອງ ແລະ ຄ່າເດີນທາງໄປມາຢູ່ອາເມລິກາເໜືອ.
