ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ຢູ່​ສະ​ວິດ, ວັນ​ທີ 27 ກໍ​ລະ​ກົດ, ທ່ານ​ ຫງວຽນ​ວັນ​ທັ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ Jennifer DJ Nordquist ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ການ​ຄ້າ ໂລກ (WTO). ທີ່​ການ​ພົບ​ປະ, ທ່ານ​ ຫງວຽນ​ວັນ​ທັ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ຢາກໃຫ້ WTO ສືບ​ຕໍ່​ໜູນ​ຊ່ວຍ​ການ​ຍົກ​ສູງ​ຄວາມ​ສາ​ມາດ, ເປັນ​ຕົ້ນ​ແມ່ນ​ການ​ບຳ​ລຸງ​​ກໍ່ສ້າງ​ລົງ​ເລິກ​ກ່ຽວ​ກັບ​ນະ​ໂຍ​ບາຍກ​ານ​ຄ້າ, ໃຫ້​ຄຳ​ປຶກ​ສາ​ດ້ານ​ກົດ​ໝາຍ ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ສາ​ກົນ, ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ຜ່ານ​ນັ້ນ​ຊ່ວຍ​ຫວຽດ​ນາມ​ໝູນ​ໃຊ້​ບັນ​ດາ​ສັນ​ຍາ ແລະ ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ສົ່ງ​ອອກ, ດຶງ​ດູດ​ບັນ​ດາ​ແຫຼ່ງ​ລົງ​ທຶນ​ທີ​່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແກ​້ງ​ແຍ້ງ​ທົ່ວ​ໂລກ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Andre Hoffmann ປະ​ທານຮ່ວມ​ສະ​ພາ​ບໍ​ລິ​ຫານ​ເວ​ທີ​ປາ​ໄສເສດ​ຖະ​ກິດ​ໂລກ (WEF), ທ່ານ ຫງຽວນ​ວັນ​ແທັງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ WEF ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ, ເຊື່ອມ​ຕໍ່​ລະ​ຫວ່າງ ລັດ​ຖະ​ບານ​ຫວຽດ​ນາມ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ແຖວ​ໜ້າ​ໂລກ; WEF ສືບ​ຕໍ່​ເປີດກວ້າງ ແລະ ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ.