ນີ້​ແມ່ນ​ຂໍ້​ມູນ​ໂດຍ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຢາ​ລາຍ ໄດ້​ປະ​ກາດ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ດຳ​ເນີນ​ໃນ​ວັນ​ທີ 16 ກໍ​ລະ​ກົດ.

ທ່ານ ເລິມ​ຫາຍ​ຢາງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຢາ​ລາຍ, ຢັ້ງ​ຢືນ​ວ່າ ເຫດ​ການ​ດັ່ງ​ກ່າວ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສ້າງ​ກົນ​ໄກ​ສົມ​ທົບຫຼໍ່​ລ້ຽງ​ບັນ​ດາ startup ເຕັກ​ໂນ​ໂລ​ຢີ​ລົງ​ເລິກ ຢູ່​ທ້ອງ​ຖິ່ນ. ທ່ານ​ກ່າວ​ວ່າ:

“ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ນັກ​ວິ​ທະ​ຍາ​ສາດ​ແຖວ​ໜ້າ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ ຢາ​ລາຍ ເພື່ອ​ປຶກ​ສາ​ຫາ​ລື ແລະ ກຳ​ນົດ, ໃຫ້​ຄຳປຶກ​ສາ​ກ່ຽວ​ກັບ​ທິດ​ທາງ​ເຊິ່ງ ຢາ​ລາຍ ຈະ​ຜັນ​ຂະ​ຫຍາຍ​ເພື່ອ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີກວ​ນ​ເຕີມ. ສ້າງ​ເຂດ​ວາງ​ສະ​ແດງ ແລະ ລົງ​ຕົວ​ຈິງ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ກວນ​ເຕີມ ຈະ​ຊ່ວຍ​ໃຫ້​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ຄົນ​ລຸ້ນ​ໜຸ່ມ ໄດ້​ເຂົ້າ​ເຖິງ ແລະ​ ສຳ​ຜັດ​ກັບຕາ​ບັນ​ດາ​ຮູບ​ແບບ​ເຕັກ​ໂນ​ໂລ​ຢີ​ກວນ​ເຕີມ, ປຸກ​ລຸກ​ຄວາມ​ເມົາ​ມົວ​, ຄວາມ​ຄາດ​ຫວັງ​, ຈາກ​ນັ້ນ ຈະ​​ສ້າງ​ກາຍ​ເປັນ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດກວນ​ເຕີມ​ຂອງ ຢາ​ລາຍ ໃນ​ອະ​ນາ​ຄົດ”.