ວັນທີ 20 ກໍລະກົດ, ຄະນະຊີ້ນຳການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳ 515) ແຂວງຢາລາຍ ໄດ້ຈັດກອງປະຊຸມສະຫຼຸບການປະຕິບັດໜ້າທີ່ຢູ່ ກຳປູເຈຍ ລະດູແລ້ງ 2025 – 2026 ແລະ ສະຫຼຸບເບື້ອງຕົ້ນການປະຕິບັດງານ 6 ເດືອນຕົ້ນປີ 2026. ໃນລະດູແລ້ງ 2025 – 2026, ກອງ K52 ຂຶ້ນກັບກອງບັນຊາການທະຫານແຂວງ ຢາລາຍ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງທາງດ້ານພູສັນຖານ, ດິນຟ້າອາກາດທີ່ປັ່ນປ່ວນຮ້າຍແຮງ ຢູ່ສາມແຂວງ Ratanakiri, Stung Treng ແລະ Preah ຂອງກຳປູເຈຍ ເພື່ອສຳຫຼວດກວດຄືນ 139 ຕາແສງ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 18 ອັດຖິ. ທ່ານນາງ ຫງວຽນທິແທັງລິກ, ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳ 515 ແຂວງ ຢາລາຍ ຢັ້ງຢືນວ່າ:
ນີ້ແມ່ນຄວາມຮັບຜິດຊອບທາງການເມືອງ. ພວກເຮົາບໍ່ກັງວົນຕໍ່ຄວາມຫຍຸ້ງຍາກ, ລຳບາກ, ຕ້ອງມານະພະຍາຍາມດ້ວຍທຸກຮູບແບບ, ທຸກວິທີການທີ່ດີທີ່ສຸດ, ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈສູງ ເພື່ອນຳອັດຖິນັກຮົບເສຍສະຫຼະຊີວິດກັບເມື່ອປົ່ງຢູ່ສຸສານຢ່າງສົມກຽດ. ພ້ອມກັນນັ້ນ ຕ້ອງຢັ້ງຢືນໄດ້ຊື່ ແລະ ນາມສະກຸນໂດຍໄວ ເພື່ອບັນດານັກຮົບໄດ້ກັບເມືອຫາຄອບຄົວ.
ຢູ່ຕວຽນກວາງ, ແຕ່ວັນທີ 22 – 26 ກໍລະກົດ, ຕຳຫຼວດແຂວງໄດ້ປະສານສົມທົບກັບບັນດາອົງການ, ຫົວໜ່ວຍຜັນຂະຫຍາຍ 3 ປ້ອມ ແລະ ຈັດຕັ້ງ 18 ຈຸດເພື່ອຮັບເອົາຕົວຢ່າງ ADN ຂອງພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ກ່ວາ 3.900 ຄົນທີ່ຍັງບໍ່ທັນຢັ້ງຢືນໄດ້ຊື່ ແລະ ນາມສະກຸນໃນບໍລິເວນແຂວງ. ຕາມການສະຖິຕິແລ້ວ, ທົ່ວແຂວງ ຕວຽນກວາງ ມີສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ 24 ແຫ່ງ ໂດຍມີຂຸມຝັງສົບ 4.265 ຂຸມ, ໃນນັ້ນມີ 162 ຂຸມຕ້ອງໄດ້ຮັບການຢັ້ງຢືນຊື່ ແລະ ນາມສະກຸນດ້ວຍວິທີການກວດ ADN. ມາຮອດປັດຈຸບັນ, ການເກັບເອົາຕົວຢ່າງ ໄດ້ປະຕິບັດຢູ່ 10 ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ.
