ຊອກເຫັນພຽງແຕ່ 4 ຄົນທີ່ຍັງມີຊີວິດຢູ່ໃນເຫດເຮືອບິນຕົກຢູ່ທາງພາກກາງປະເທດນີ້ເທົ່ານັ້ນ. ເຮືອບິນໂດຍສານບັນຈຸຜູ້ໂດຍສານ 23 ຄົນຖືກປະສົບເຄາະຮ້າຍ ແລະ ຕົກລົງແມ່ນ້ຳຢູ່ເທດສະບານ Yirol ເມື່ອຂະນະທີ່ພວມລົງຈອດໃນສະພາບທີ່ມີນ້ຳໝອກກົ້ວ.

ໃນຈຳນວນ 4 ຄົນລອດຊີວິດນັ້ນ ມີເດັກນ້ອຍ 2 ຄົນ ແລະ ຜູ້ໜຶ່ງມີສັນຊາດ ອີຕາລີ ເຊິ່ງປັດຈຸບັນພວມໄດ້ຮັບການປິ່ນປົວສຸກເສີນຢູ່ໂຮງໝໍ Yirol ໃນອາການເຈັບສາຫັດ. ບັນດາຜູ້ປະສົບເຄາະຮ້າຍທີ່ເສຍຊີວິດນັ້ນ ມີຫົວໜ້າຈຸບິນ, ຮອງຫົວໜ້າຈຸບິນ, ພາລະກອນຂອງຄະນະກຳມະການສະພາກາແດງສາກົນ 1 ຄົນ, ເຈົ້າໜ້າທີ່ລັດຖະບານ 1 ຄົນ, ນາຍທະຫານ 2 ຄົນ ແລະ ຫົວໜ້າສັງຄະລາດຂອງເທດສະບານ Yirol.