ກວາງ​ງ້າຍ ແລະ ເຂດ​ເສດ​ຖະ​ກິດ ຢຸງກວັດ ຕ້ອງ​ຫັນ​ປ່ຽນ​ໄປ​ສູ່​ຮູບ​ແບບ​ເຕີບ​ໂຕ​ສີ​ຂຽວ, ເສ​ດ​ຖະ​ກິດ​ໝູນ​ວຽນ, ໃຫ້​ບຸ​ລິ​ມະ​ສິດ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ເຕັກ​ໂນ​ໂລ​ຊີ​ສູງ, ເປັນ​ມ​ິດ​ກັບ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ ຟ້າມ​ຢາ​ຕ​ຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ ຢຸງກວັດ ແລະ ບັນ​ດາ​ເຂດ​ອຸ​ດ​ສາ​ຫະ​ກຳ ກວາງ​ງ້າຍ, ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ສິງ​ຫາ, ຢູ່ ກວາ​ງ້າຍ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ຢາ​ຕຸກ ຮຽກ​ຮ້ອງ​ຕ້ອງ​ຮູ້​ແຮງວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດ​ີ​ຈີ​ຕອນ; ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອ​ນ​ຢ່າງ​ຄົບ​ຊຸດ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊ​ີ​ໃນ​ການ​ຄຸ້ມ​ຄອງ, ບໍ​ລິ​ຫານ, ໃຫ້​ກາຍ​ເປັນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ຈ​ຸດ​ສຸມ​ກ່ຽວ​ກັບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.

“ຂ​້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ແຂວງ ກວາງ​ງ້າຍ, ຄະ​ນະ​ຄຸ້​ມ​ຄອງ​ເຂດ​ເສດ​ຖະ​ກິດ ຢຸງກວັດ ແລະ ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ຂອງ​ແຂວງ ກວາງ​ງ້າຍ ພ້ອມກ​ັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽ​ວ​ຂ້ອງ ສຸມ​ໃສ່​ຫັນ​ປ່ຽນ​ໄປ​ສູ່​ຮູບ​ແບບ​ເສດ​ຖະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ໝູມ​ວຽນ. ພ້ອມ​ກັນ​ນັ້ນ, ກໍ່ເປັນ​ເຈົ້າ​ສ້າງ​ທິດ​ທາງ​ລະ​ອຽດ​ເພື່ອ​ຍົກ​ລະ​ດັບ, ຫັນ​ປ່ຽນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ທີ່​ພວມ​ມີ​ຢູ່ ໃຫ້​ກາຍ​ເປັນ​ເຂດ​ອຸດ​ສາ​ຫະ​ກຳ​ຊີວ​ະ​ພາບ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ທີ່​ເຄັ່ງ​ຄັດ​ກ່ຽວ​ກັບ​ສິ່ງ​ແວດ​ລ້​ອມ, ຕະ​ຫຼ​າດ​ທົ່ວ​ໂລກ”