ທ່ານປະທານາທິບໍດີ ຢູແກຼນ Volodymry Zelenskiy (ພາບ: AFP/TTXVN)

ກ່າວຄຳເຫັນພາຍຫຼັງການໂອ້ລົມທາງໂທລະສັບກັບ ຄູ່ຮ່ວມຕຳແໜ່ງຝລັ່ງ ທ່ານ Emmanuel Macron, ທ່ານປະທານາທິບໍດີ ຢູແກຼນ ຊີ້ແຈ້ງວ່າ: ຖ້າເງື່ອນໄຂເອື້ອອຳນວຍ, ພວກເຮົາຈະພົບປະ ແລະ ເຈລະຈານຳກັນ. ທ່ານໃຫ້ຮູ້ຕື່ມອີກວ່າ ໄດ້ເຫັນດີເປັນເອກະພາບ ກັບການນຳຝລັ່ງ ເພື່ອແນໃສ່ໃຫ້ທັນກັບຄວາມຄືບໜ້າຂອງການເຈລະຈາ.

ແລະກໍ່ໃນວັນດຽວກັນ, ຜູ້ຊ່ວຍວຽກຂອງ ທ່ານປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບໃນວັນດຽວກັນ, ທ່ານປະທານາທິບໍດີ ຝລັ່ງ ແລະ ຄູ່ຮ່ວມຕຳແໜ່ງລັດເຊຍກໍ່ ໄດ້ເຫັນດີເປັນເອກະພາບ ຕໍ່ຄວາມຈຳເປັນ ຂອງການຫຼຸດຜ່ອນຄວາມເຄັ່ງຕຶງ ໃນວິກິດການຢູ່ຢູແກຼນ. ເຈົ້າໜ້າທີ່ທ່ານນີ້ ກໍ່ໃຫ້ຮູ້ວ່າ ການນຳລັດເຊຍ ໄດ້ເວົ້າຢ່າງຈະແຈ້ງວ່າ ທ່ານບໍ່ຢາກສູ້ຢັນກັນ.