ຊາວຢູແກຼນອອກຈາກນະຄອນ Mariupol (ພາບ: THX/TTXVN)

ທ່ານຮອງນາຍົກລັດຖະມົນຕີ ຢູແກຼນ Iryna Vereshchuk ໃຫ້ຮູ້ວ່າ ຮອດຕອນເຊົ້າວັນທີ 17 ເມສາ, Kiev ບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບຄຳສັ່ງຢຸດຍິງຢູ່ເສັ້ນທາງຫຼົບໄພ. ດັ່ງນັ້ນ, ປະເທດນີ້ຈະບໍ່ເປີດບັນດາແລວທາງມະນຸດສະທຳໃນວັນທີ 17 ເມສາ, ຢູແກຼນ ໄດ້ເລັ່ງໃຫ້ ປະຊາຊົນຢູ່ເຂດທາງທິດຕາເວັນອອກ Donbass ຍົກຍ້າຍໄປຍັງທາງທິດຕາເວັນຕົກ ເພື່ອຫຼີກລ້ຽງການປະທະກັນ.