ວັນທີ 26 ເມສາ, ຢູແກຼນ ໄດ້ຈັດບັນດາເຫດການລຳລຶກ 40 ປີແຫ່ງວັນເກີດວິນາດສະກຳ Chernobyl, ເຊິ່ງແມ່ນວິນາດສະກຳຮ້າຍແຮງທີ່ສຸດໃນປະຫວັດສາດ. ເຂົ້າຮ່ວມບັນດາເຫດການດັ່ງກ່າວ ມີທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ແລະ ທ່ານນາງ Maia Sandu, ປະທານາທິບໍດີ ໂມໂດວາ. ໃນບົດຂຽນເອົາລົງໃນສື່ສັງຄົມອອນລາຍເນື່ອງໃນໂອກາດນີ້, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ກ່າວເຕືອນຄວາມສ່ຽງທີ່ວ່າ ອີກເທື່ອໜຶ່ງໂລກພວມຢືນຢູ່ແຄມຝັ່ງໄພພິບັດໂດຍມະນຸດກໍ່ໃຫ້ເກີດ; ພ້ອມກັນນັ້ນທ່ານກໍ່ຮຽກຮ້ອງໃຫ້ໂລກບໍ່ປະໃຫ້ສະພາບ “ກໍ່ການຮ້າຍນິວເຄຼຍ” ສືບຕໍ່ເກີດຂຶ້ນ.
ຢູແກຼນ ຈັດພິທີລຳລຶກ 40 ປີແຫ່ງວິນາດສະກຳນິວເຄຼຍ Chernobyl
[VOVWORLD] - ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ກ່າວເຕືອນຄວາມສ່ຽງທີ່ວ່າ ອີກເທື່ອໜຶ່ງໂລກພວມຢືນຢູ່ແຄມຝັ່ງໄພພິບັດໂດຍມະນຸດກໍ່ໃຫ້ເກີດ
