(ພາບ: REUTERS/Yiannis Kourtoglou)
ຄຳກ່າວປາໄສໄດ້ຍົກອອກມາພາຍຫຼັງ ທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍລະມັນ, ສະເໜີມອບລະບຽບຂໍ້ກຳນົດ “ສະມາຊິກຮ່ວມສຳພັນ” ໃຫ້ ກີແອັບ ໃນໄລຍະລໍຖ້າເຮັດສຳເລັດຂັ້ນຕອນການເຂົ້າເປັນສະມາຊິກ ອີຢູ. ຕາມນັ້ນແລ້ວ, ລະບຽບຂໍ້ກຳນົດສະມາຊິກຮ່ວມສຳພັນຈະອະນຸຍາດໃຫ້ ຢູແກຼນ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດຂອງກຸ່ມ ແລະ ມີຜູ້ຕາງໜ້າໃນຄະນະກຳມະການ ເອີລົບ, ພ້ອມກັນນັ້ນ ກໍ່ໄດ້ຊົມໃຊ້ສ່ວນໜຶ່ງໃນງົບປະມານຂອງ ອີຢູ, ແຕ່ບໍ່ມີສິດຢ່າງຄົບຖ້ວນໃນການລົງຄະແນນສຽງ.
