ຕອນບ່າຍວັນທີ 20 ເມສາ,ຢູ່ຮ່າໂນ້ຍ, ໂດຍສືບຕໍ່ວາລະດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ການບໍລິຫານຂອງທ່ານນາງ ຫງວຽນທິຮົ່ງ ຮອງປະທານສະພາແຫ່ງຊາດ, ສະພາແຫ່ງຊາດໄດ້ສຸມໃສ່ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດສັງຄົມ, ໃນນັ້ນ, ມີຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບແຜນການພັດທະນາເສດຖະກິດສັງຄົມ ໄລຍະ 5 ປີ 2026 – 2030 ດ້ວຍຫຼາຍມາດຕະການລະອຽດ. ສຳລັບແຜນການພັດທະນາເສດຖະກິດສັງຄົມໄລຍະ 2026 – 2030, ມີຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດສະແດງຄວາມເຫັນດີເຫັນພ້ອມຢູ່ລະດັບສູງຕໍ່ບັນດາການຕີລາຄາກ່ຽວກັບ ສະພາບການສາກົນຂອງລັດຖະບານ, ພ້ອມທັງເຫັນດີເຫັນພ້ອມຕໍ່ບັນດາທັດສະນະ, ເປົ້າໝາຍ, ກຸ່ມມາດຕະການແກ້ໄຂ ແລະ ໜ້າທີ່ເຊິ່ງລັດຖະບານລາຍງານຕໍ່ສະພາແຫ່ງຊາດ. ທ່ານນາງ ຕະທິອຽນ, ສະມາຊິກສະພາແຫ່ງຊາດແຂວງ ດຽນບຽນ ປະກອບຄຳເຫັນວ່າ:
ສິ່ງສຳຄັນທີ່ສຸດບໍ່ພຽງແຕ່ບັນລຸໄດ້ຕົວເລກການເຕີບໂຕເທົ່ານັ້ນ ຫາກຍັງເຮັດແນວໃດຮັກສາລະດັບການເຕີບໂຕເປັນປົກກະຕິ ແລະ ຍາວນານອີກດ້ວຍ. ຖ້າເດີນຕາມການເຕີບໂຕແບບເກົ່າອີງໃສ່ທຶນ, ຊັບພະຍາກອນມະນຸດ ແລະ ຄ່າແຮງງານຕຳ ກໍ່ຍາກທີ່ຈະບັນລຸໄດ້ເປົ້າໝາຍ. ດັ່ງນັ້ນຕ້ອງຫັນປ່ຽນການເຕີບໂຕອີງຕາມສະມັດຕະພາບ, ນະວັດຕະກຳ ແລະ ມູນຄ່າເພີ່ມ.
