ພາຍຫຼັງ 115 ປີ, ບັນ​ດາ​ຄຸນ​ຄ່າ​ຈາກ ວິ​ວັດ​ການ​ເດີນ​ທາງ​ໄປ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດຂອງປະ​ທານ ໂຮ່​ຈິ​ມິນ​ ຍັງ​ຄົງ​ມີ​ຄວາມ​ໝາຍ​ສະ​ຖາ​ນະ​ການ​ອັນ​ເລິກ​ເຊິ່ງ​ຕໍ່​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ເຫດ​ການນີ້ ສືບ​ຕໍ່​ຢັ້ງ​ຢືນ​ຄຸນ​ຄ່າ​ອັນ​ຍືນ​ຍົງ​ຄົງ​ຕົວ​ຂອງ​ເປົ້າ​ໝາຍ​ເອ​ກະ​ລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ຫງວຽນ​ມິນ​ເຈືອງ ອະ​ດີດ​​ຫົວ​ໜ້າສະ​ຖາ​ບັນ ໂຮ່​ຈິ​ມິນ ແລະ ບັນ​ດາ​ການ​ກຳ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢືນ​ຢັນ​ວ່າ:

ດ້ວຍ​ນ້ຳ​ໃຈ​ປະ​ເທດ ຫວຽດ​ນາມ ແມ່ນ​ໜຶ່ງ​ດຽວ, ຊາດ ຫວຽດ​ນາມ ແມ່ນ​ໜຶ່ງ​ດຽວ, ບໍ່​ມີ​ຫຍັງ​ມີ​ຄຸນ​ຄ່າ​ເໜືອ​ກ່ວາ​ຄວາມ​ເປັນ​ເອ​ກະ​ລາດ, ເສ​ລີ​ພາບ…ປະ​ເທດ ຫວຽດ​ນາມ, ຊາດ ຫວຽດ​ນາມ ໄດ້​ເອົາ​ຊະ​ນະ​ບັນ​ດ​າ​ກຳ​ລັງ​ຮຸກ​ຮານ ແລະ ປົກ​ປັກ​ຮັກ​ສາ​ໄດ້​ຄວາມ​ເປັນ​ເອ​ກະ​ລາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ເພື່ອ​ສືບ​ຕໍ່​ເສັ້ນ​ທາງ​ພັດ​ທະ​ນາ​ປະ​ເທດ​ຊາດ ກ້າວ​ຂຶ້ນ​ລັດ​ທິ​ສັງ​ຄົມ​ນິ​ຍົມ. ແນ່ນອນ​ວ່າ ພາ​ລະ​ກິດ​ໂດຍ ປະ​ທານ ໂຮ່​ຈິ​ມິນ ກໍ່​ຄື ປ​ຊ​ຊ ຫວຽດ​ນາມ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລືອກ​ເຟັ້ນ​ນັ້ນ ຈະ​ຍາດ​ໄດ້​ໄຊ​ຊະ​ນະ ແລະ ຫວຽດ​ນາມ ຈະ​ກາຍ​ເປັນ​ປະ​ເທດ​ທີ່​ເທົ່າ​ທຽມ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ.