ຕາມ​ນັ້ນ​ແລ້ວ, ກຳ​ລັງ​ແຮງ​ທັງ​ໝົດ​ຂອງ​ໄຟ​ຟ້າ​ແຮງ​ລົມ​ທີ່​ ຫວຽດນ​າມ ໄດ້​ຕິດ​ຕັ້ງ​ໃນ​ປັດ​ຈຸ​ບັນ ບັນ​ລຸ​ເກືອບ 5 GW (gigawat), ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ບັນ​ດາ​ໂຄງ​ການ​ແຄມ​ຝັ່ງ ແລະ ໃກ້​ຝັ່ງ. ເຖິງວ່າ​ຍັງ​ບໍ່​ທັນ​ມີ​ໂຄງ​ການ​ໃດ​ຢູ່ນອກ​ຝັ່ງ​ຫັນ​ເປັນ​ການ​ຄ້າ​ຢ່າງ​ເປັນ​ທາງ​ການ​, ແຕ່​ບົດ​ລາຍ​ງານຖື​ວ່າ ຂອບ​ຂະ​ໜາດ​ຕະຫຼາດ​ໃນ​ອະ​ນາ​ຄົດ​ພວມ​ໄດ້​ຮັບ​ການ​ກຳ​ນົດ​ທິດ​ຢ່າງ​ຈະ​ແຈ້ງ. ບົດ​ລາຍ​ງານ​ຄາດ​ວ່າ ຈະມີ​ກຳ​ລັງ​ແຮງ​ໄຟ​ຟ້າ​ແຮງ​ລົມ​ນອກ​ຝັ່ງ​ປະ​ມານ 7 GW ໄດ້​ຕິດ​ຕັ້ງ​ໃໝ່​ໃນ​ໄລ​ຍະ 2031 – 2035, ບັນ​ລຸ​ເປົ້າ​ໝາຍ​ວາງ​ອອກ​ໃນ​ແຜນ​ຜັງ​ໄຟ​ຟ້າ​ເລກ​ທີ 8 ສະ​ບັບ​ປັບ​ປຸງ.

ໃນ​ມູມມອງ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຕາມ​ທ່ານ Ben Backwell, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ ​ສະ​ພາ​ພະ​ລັງ​ງານ​ແຮງ​ລົມ​ທົ່ວ​ໂລກ​ແລ້ວ, ລູກ​ກຸນ​ແຈ​ເພື່ອ​ຫັນ​ປ່ຽນ​ບັນ​ດາ​ໂຄງ​ການ​ຂອງ ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແມ່ນນອນ​ຢູ່​ເລື່ອງ ການຫັນ​ບັນ​ດາ​ກົນ​ໄກ​ປະ​ສານ​ສົມ​ທົບໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ສຸດ ແລະ ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນ​ງ່າຍ​ດາຍ.