ພິທີໄຂສັບປະດາຟິມຮູບເງົາເນື່ອງໃນໂອກາດຈາລຶກ 79 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2026) ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 21 ກໍລະກົດ, ຢູ່ໂຮງຮູບເງົາແຫ່ງຊາດ, ທີ່ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວເພື່ອຕອບບຸນແທນຄຸນບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຈຸດເດັ່ນຂອງສັບປະດາຟິມຮູບເງົາປີນີ້ແມ່ນ ເປັນຄັ້ງທຳອິດທີ່ທັງລະບົບໂຮງຮູບເງົາການຄ້າໄດ້ພ້ອມກັນເຂົ້າຮ່ວມການສາຍຟິມຮູບເງົາໂດຍບໍ່ເກັບຄ່າ, ຮັບໃຊ້ນັກຮົບເກົ່າ, ຜູ້ມີຄຸນງາມຄວາມດີ ແລະ ຄອບຄົວນະໂຍບາຍ, ກຳລັງປະກອບອາວຸດ, ສະມາຊິກຊາວໜຸ່ມ, ໄວໜຸ່ມ... ທ່ານ ດັ້ງເຈິ່ນເກື່ອງ, ຫົວໜ້າກົມຮູບເງົາ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ
“ເພື່ອຮ່ວມເດີນທາງພ້ອມກັບໂຄງການ 500 ວັນ ແລະ ຄືນຂອງລັດຖະບານ ກ່ຽວກັບການຍູ້ແຮງການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກົມຮູບເງົາ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດສັບປະດາຈາລຶກວັນທີ 27 ກໍລະກົດ. ມີການສາຍຮູບເງົາກວ່າ 1.000 ຮອບສະຫງວນໃຫ້ແກ່ປະຊາຊົນ ແລະ ໃຫ້ບຸລິມະສິດຕໍ່ນັກຮົບເກົ່າ, ທະຫານເສຍອົງຄະ, ຄອບຄົວຜູ້ມີຄຸນງາມຄວາມດີ ກໍຄືປະຊາຊົນໃນທົ່ວປະເທດ”.
ບັນດາຮູບເງົາທີ່ໄດ້ຄັດເລືອກມານັ້ນລ້ວນແຕ່ແມ່ນບັນດາຮູບເງົາດີເດັ່ນກ່ຽວກັບຫົວຂໍ້ປະຕິວັດ ແລະ ສົງຄາມການຕໍ່ສູ້ປົກປັກຮັກສາປະເທດຊາດ.
