ເມື່ອປະກອບຄຳເຫັນກ່ຽວກັບກົນໄກ, ນະໂຍບາຍອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍ, ສິລະປະພື້ນເມືອງ, ສິລະປະທີ່ເປັນມູນເຊື້ອ, ທ່ານ ຮວ່າງງອກດິ້ງ, ຄະນະສະມາຊິກສະພາແຫ່ງຊາດ ແຂວງ ຕວຽນກວາງ ສະເໜີວ່າ:
“ເພີ່ມເຕີມບຸລິມະສິດອະນຸລັກຮັກສາ ແລະ ພັດທະນາວັດທະນະທຳບັນດາເຜົ່າສ່ວນໜ້ອຍ, ໂດຍສະເພາະແມ່ນສຽງເວົ້າ, ຕົວໜັງສື ແລະ ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອເອກະລັກ. ທີສອງ ເພີ່ມເຕີມກ່ຽວກັບ ລັດມີນະໂຍບາຍໜູນຊ່ວຍການເຄື່ອນໄຫວຖ່າຍທອດ, ສິດສອນ ແລະ ປະຕິບັດບັນດາຮູບແບບສິລະປະພື້ນເມືອງ, ສິລະປະທີ່ເປັນມູນເຊື້ອຢູ່ຊຸມຊົນ, ໜູນຊ່ວຍນັກສິລະປະການ, ຜູ້ປະຕິບັດຕົວຈິງ ແລະ ຜູ້ຖ່າຍທອດມໍລະດົກໃນການຖ່າຍທອດໃຫ້ຄົນລຸ້ນໜຸ່ມ. ນີ້ແມ່ນເນື້ອໃນທີ່ມີຄວາມໝາຍຕັດສິນ ເພື່ອຮັບປະກັນລັກສະນະຕໍ່ເນື່ອງຂອງວັດທະນະທຳ”.
