ຕອນ​ບ່າຍ​ວັນ​ທີ 25 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ​ສະ​ຫະ​ພັນ​ຄົມ​ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ສະ​ພາ​ປະ​ຊາ​ຊົນ​ໂລກ ໄດ້​ເປັນ​ປະ​ທານ​ຮ່ວມ​ຈັດ​ວ​າ​ລະ​ໄຂ​ເຫດ​ການ “ຊຸມ​ວັນ​ສະ​ພາ​ປະ​ຊາ​ຊົນ​ໂລກ ຢູ່ ຫວຽດ​ນາມ” ດ້ວຍ​ຫົວ​ຂໍ້ “ຕິດ​ພັນ​ມວນມະ​ນຸດ​ນຳ​ກັນ​ເພື່ອ​ບັນ​ດາ​ຄຸນ​ຄ່າ​ລວມ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ທີ​່​ດີ​ງາມກວ່າ”. ນີ້​ເປັນ​ຄ​ັ້ງ​ທຳ​ອິດທີ່​ເຫດ​ການ “ຊຸມ​ວັນ​ສະ​ພາ​ປະ​ຊາ​ຊົນ​ໂລກ” ​ໄດ້​ຈັດ​ຂຶ້ນຢູ່ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຟານ​ແອັງ​ເຊີນ, ປະ​ທານ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ເນັ້ນ​ໜັກ​ວ່າ “ຊຸມ​ວັນ​ສະ​ພາ​ປະ​ຊາ​ຊົນ​ໂລກ” ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກົນ​ໄກ​ສົນ​ທະ​ນາ, ເຊື່ອມ​ຕໍ່ ແລະ ຮ່ວມ​ມື​ເປັນ​ປະ​ຈຳ, ແທ​ດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນອີ​ກດ້ວຍ; ບັນ​ດາ​ແນວ​ຄິດ​ໄດ້​ແບ່ງ​ປັນ, ຄູ່​ຮ່ວມ​ມື​ໄດ້​ເຊື່ອມ​ຕໍ່ ແລະ ບັນ​ດາ​ຂໍ​້​ລິ​ເລີ່ມ​ໄດ້​ຫັນ​ເປັນ​ລາຍ​ກາ​ນ,ໂຄງ​ການ​ຮ່ວມ​ມື​ລະ​ອຽດ. ພ້ອມ​ກັນ​ນັ້ນ, ກໍ່ສະ​ເໜີ​ໃຫ້​ສະ​ພາ​ປະ​ຊາ​ຊົນ​ໂລກ ແລະ ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ສະ​ມາ​ຊິກ​ໃນ​ເຄືອ​ຂ່າຍກວ່າ 60 ປະ​ເທດ ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ, ເປີດກວ້າງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດບຸ​ລິ​ມະ​ສິດຈຳ​ນວນ​ໜຶ່ງ, ສ້າງ​ໂຄງ​ການ​ລວມ​ເພື່ອ​ສ້າງ​ຄຸນ​ຄ່າ​ຢ່າງ​ຍາວ​ນານ.