ວັນ​ທີ 18 ມິ​ຖຸ​ນາ, ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄັ້ງ​ທີ 36 ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສົນ​ທິ​ສັນ​ຍາ​ສ​ະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ຢູ່​ສຳ​ນັກ​ງານ ສະ​ຫະ​ປະ​ຊາ​ຊາດ, ທີ່ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ທ່ານຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ​ນາງ​ ຫງວຽນ​ທິ​ລານ​ແອັງ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ພົວ​ພັນ​​ຕ່າງ​ປະ​ເທດ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້​ງ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງຜູ້​ພິ​ພາກ​ສາ​ສານ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລສາ​ກົນ (ITLOS) ອາ​ຍຸ​ການ 2026–2035 ດ້ວຍ​ຈຳ​ນວນ​ບັດ​​ເລືອກ​ຕັ້ງ​ຫຼາຍ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ ຫວຽດ​ນາມ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ແລະ ມີ​ຜູ້​ຕາງ​ໜ້າ​ຢູ່ ITLOS ນັ​ບ​ແຕ່​ເມື່ອ​ສານ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ປີ 1996. ເລື່ອງທ່ານຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ​ນາງ​ ຫງວຽນ​ທິ​ລານ​ແອັງ, ໄດ້​ຮັບ​ຈຳ​ນວນບັດ​ເລືອ​ກ​ຕັ້ງ​ສູງ ແລະ ພາຍ​ຫຼັງ​ການ​ປ່ອນ​ບັດ​ຮອບ​ທຳ​ອິດນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຄົມ​ສາ​ກົນຕໍ່​ກັບ​ບົດ​ບາດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ, ແມ່ນ​ສິ່ງ​ພິ​ສູດ​ໃຫ້​ເຫັນ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ຂອງ​ການ​ທູດ​ຫຼາຍ​ຝ່າຍ ແລະ ການ​ເຊື່ອມ​ໂຍງ​ດ້ານ​ນ​ິ​ຕິ​ກຳ​ສາ​ກົນ​ຂອງ​ປະ​ເທດ​ຊາດ. ໝາກ​ຜົນ​ດັ່ງ​ກ່າວກໍ່​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ຈາກ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ໄປ​ສູ່​ການ​ປະ​ກອບ​ສ່ວນ​ທີ່​ແທດ​ຈິງ​ເຂົ້າ​ໃນ​ວິ​ວັດການ​ສ້າງ, ພັດ​ທະ​ນາ ແລະ ປະ​ຕິ​ບັດ​ບັນ​ດາມາດ​ຕະ​ຖານ, ຂໍ້​ກຳ​ນົດ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ; ຢືນ​ຢັນ​ໜ້າ​ທີ່ຄວາມ​ຮັບ​ຜິ​ດ​ຊອບ ແລະ ກຳ​ລັງ​ຄວາມ​ສາ​ມາດ​ປະ​ກອບ​ສ່ວນ​ທີ່​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ​ຂອງ ຫວຽດ​ນາມ ໃນ​ລະ​ບົບ​ຄຸ້ມ​ຄອງ​ທົ່ວ​ໂລກ ໂດຍ​ອີງ​ໃສ່​ກົດ​ໝາຍ.

​ ພ້ອມ​ກັນ​ນັ້ນ, ຜົນ​ສຳ​ເລັດ​ນີ້ກໍ່​ຢືນ​ຢັນ​ການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCLOS ກ່ຽວ​ກັບ​ບັນ​ດາ​ການ​ປະ​ກອບ​ສ່ວນທີ່​ນັບ​ມື້​ນັບ​ແທ​້​ຈິງ​ຂອງ ຫວຽດ​ນາມ ຕໍ່​ກັບ​ບັນ​ດາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ.