ຕາມ​ທ່ານ​ພົນ​ເອກແລ້ວ, ເລື່ອງ​ສ້າງ​ກົດ​ໝາຍ​ແມ່ນ​ຄວາມ​ຮຽກ​ຮ​້ອງ​ຈຳ​ເປັນ​ເພື່ອ​ຫັນ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ ກ່ຽວ​ກັບ​ການ​ປົກ​ປ້ອງ​ປະ​ເທດ​ຊາດ​ແຕ່​ໄວ, ແຕ​່​ໄກ, ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ເປັນ​ເຈົ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃຫ້​ເປັນ​ລະ​ບອບ​ລະບ​ຽບ​ການ, ພ້ອມ​ກັນ​ນັ້ນກໍ່ປະ​ຕິ​ບັດ​ບັນ​ດາ​ພັນ​ທະ​ຂອງ ຫວຽດ​ນາມ ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັ​ນ, ຕ້ານ​ ການ​ເຜີຍ​ແຜ່​ອາ​ວຸດ​ລ້າ​ງ​ຜານ.

ຂອບ​ເຂດ​ດັດ​ປັບ​ຂອງ​ກົດ​ໝາຍບໍ່​ພຽງ​ແຕ່​ລວມ​ມີ​ທັງ​ອາ​ວຸດ ແລະ ວັດ​ຖຸ​ດ້ານ​ການ​ທະ​ຫານ​ເທົ່າ​ນັ້ນ ຫາກ​ຍັງ​ເປີດກວ້າງ​ໄປ​ສູ່​ສິນ​ຄ້າ, ວັດ​ຖຸ, ອຸ​ປະ​ກອນ, ຊອບ​ແວ, ເຕັກ​ໂນ​ໂລ​ຊີ, ການ​ບໍ​ລິ​ການ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ທ​ີ່​ອາດ​ສາ​ມາດ​ສວຍ​ໃຊ້​ເພື່ອ​ພັດ​ທະ​ນາ ຫຼື ​​ເຜີຍ​ແຜ່​ອາ​ວຸດ​ລ້າ​ງ​ຜານ.

ຄາດ​ວ່າ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັ​ນ, ​​ຕ້ານ​ການ​ເຜີຍ​ແຜ່​ອາ​​ວຸດ​ລ້າ​ງ​ຜານຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ທີ່ກອງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ ຈະ​ມາ​ເຖິງ.