ດ້ວຍ​ຫົວ​ຂໍ້​ລຸ​ລ່ວງ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ພື້ນ​ຖານ​ສື່ມ​ວນ​ຊົນ​ເປັນ​ມື​ອາ​ຊີບ, ທັນ​ສະ​ໄໝ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ, ເວ​ທີ​ປາ​ໄສ​ປີ​ນີ້ ໄດ້​ເຕົ້າ​ໂຮມ​ນັກ​ປະ​ຖະ​ກະ​ຖາ​ເກືອບ 70 ທ່ານ ທີ່​ເປັນ​ການ​ນຳ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ, ນັກ​ຊ່ຽວ​ຊານ​ດ້ານ​ສື່ມວນ​ຊົນ, ນັກ​ຄຸ້ມ​ຄອງ ແລະ ນັກ​ຂ່າວ​ຈຳ​ນວນຫຼວງຫຼາຍ​ໃນ​ທົ່ວ​ປະ​ເທດ. ໃນ​ຂອບ​ເຂດ​ຂອງ​ລາຍ​ການ ໄດ້​ດຳ​ເນີນ 11 ວາ​ລະ​ເຮັດ​ວຽກ, ໃນ​ນັ້ນ ມີ 9 ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ​ຕາມ​ຫົວ​ເລື່ອງ ທີ່​ເປັນ​ບັນ​ຫາ​​ຮ້ອນ​ເຮັ່ງ, ຈຳ​ເປັນ​ທີ່​ສຸດ​ຂອງ​ສື່ມວນ​ຊົນ​ໃນ​ປັດ​ຈຸ​ບັນ.

ເມື່ອ​ກ່າວ​ຄຳ​ເຫັນ​ອັດ​ເວ​ທີ​ປາ​ໄສ, ທ່ານ ເລກວັກ​ມິງ, ກຳ​ມະ​ການ​ສູນ​ກາງ​ພັກ, ບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ ເຍິນ​ເຢີນ (ປະ​ຊາ​ຊົນ), ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ:

“ເມື່ອ​ສື່​ສັງ​ຄົມ​ອອນ​ໄລ ແລະ ປັນ​ຍາ​ປະ​ດິດ​ພວມ​ສ້າງ​ກະ​ແສ​ພາ​ຍຸ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ແຮງ​ນັ້ນ, ອົງ​ການ​ສື່ມວນ​ຊົນ​ທາງ​ການ ບໍ່​ສາ​ມາດ​ເລືອກ​ແຂ່ງ​ຂັນ​ກ່ຽວ​ກັບ​ລະ​ດັບ​ຄວາມ​ໄວ​ໃນ​ການ​ສົ່ງ​ຂ່າວໄດ້, ຫາກ​ຍັງ​ຕ້ອງ​ຢັ້ງ​ຢືນ​ຄືນ​ພາ​ລະ​ກຳ​ຂອງ​ຕົນ​ດ້ວຍ​ຄຸນ​ຄ່າ​ແກ່ນ​ສານນັ້ນ​ແມ່ນ: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ລັກ​ສະ​ນະ​ກວ​ດ​ກາ​ຢັ້ງ​ຢືນ ແລະ ມີ​ບັນ​ດາ​ມູມມອງ​ການ​ເບິ່ງ​ທີ່​ເລິກ​ເຊິ່ງກວ່າ. ໃນ​ສັງ​ກາດ​ບຸກ​ບືນ​ຂອງ​ຊາດ, ການ​ຮັກ​ສາ​ຄຸນ​ນະ​ພາບ​ທາງ​ດ້ານ​ເນື້ອ​ໃນ ແລະ ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວ ແມ່ນ​ເສັ້ນ​ທາງ​ໜຶ່ງ​ດຽວ​ເພື່ອ​ຢັ້ງ​ຢືນ​ບົດ​ບາດ​ນຳ​ພາ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.”

ພາຍຫຼັງ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ​ຢູ່ນ​ະ​ຄອນ ຫາຍ​ຟ່ອງ (ແຕ່​ວັນ​ທີ 19 – 21 ມິ​ຖຸ​ນາ), ງານ​ບຸນ​ສື່ມວນຊົນ​ທົ່ວ​ປະ​ເທດ ປີ 2026 ພາຍ​ໃຕ້​ຫົວ