ຕາມບົດລາຍງານສະພາບການເສດຖະກິດ - ສັງຄົມ ຫວຽດນາມ ໃນເດືອນ ພຶດສະພາ ແລະ 5 ເດືອນຕົ້ນປີ 2026 ຂອງກົມສະຖິຕິ, ກະຊວງການເງິນ ຫວຽດນາມ ທີ່ໄດ້ປະກາດໃນວັນທີ 03 ມິຖຸນາ ແລ້ວ, ໄລ່ຮອດວັນທີ 31 ພຶດສະພາ, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນລົງທຶນຢູ່ ຫວຽດນາມ ບັນລຸກວ່າ 24,8 ຕື້ USD, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ໃນຈຳນວນ 58 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນ ໄດ້ຮັບອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 5 ເດືອນຕົ້ນປີ 2026, ສິງກະໂປ ແມ່ນນັກລົງທຶນໃຫຍ່ສຸດດ້ວຍ 6,8 ຕື້ USD, ກວມເອົາເກືອບ 46% ຍອດທຶນຈົດທະບຽນໃໝ່; ຖັດຈາກນັ້ນແມ່ນ ສ.ເກົາຫຼີ, ຈີນ, ຍີ່ປຸ່ນ…
ໃນວັນດຽວກັນ, ກົມສະຖິຕິກໍ່ໃຫ້ຮູ້ວ່າ ວົງເງິນສົ່ງອອກ, ນຳເຂົ້າສິນຄ້າໃນເດືອນ ພຶດສະພາ 2026 ຂອງ ຫວຽດນາມ ບັນລຸກວ່າ 99 ຕື້ USD, ເພີ່ມຂຶ້ນ 25,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໄລ່ລວມ 5 ເດືອນຕົ້ນປີ 2026, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າບັນລຸກວ່າ 445 ຕື້ USD, ສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.
