ປະຈຸບັນ, ອາເມລິກາ ແມ່ນຕະຫຼາດສົ່ງອອກທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ, ກວມເອົາປະມານ 28-30% ຍອດມູນຄ່າການສົ່ງອອກທັງໝົດ. ພິ​ເສດ, ຕະຫຼາດນີ້ມີ​ລະ​ດັບເຕີບໂຕທີ່ໜ້າປະທັບໃຈ, ຈາກ​ລະ​ດັບ 450 ລ້ານ USD ໃນປີ 1995, ເພີ່ມຂຶ້ນເກືອບ 210 ຕື້ USD ໃນປີ 2025, ດ້ວຍລະ​ດັບການເຕີບໂຕ​ຄິດສະເລ່ຍ 17%/ປີ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫວຽດນາມ ມີ​ທ່າ​ໄດ້ປຽບເມື່ອສົ່ງອອກໄປຍັງ​ຕະ​ຫຼາດ ອາເມລິກາ, ແຕ່ກໍ່ຍັງມີສິ່ງທ້າທາຍຫຼາຍຢ່າງ. ທ່ານ ​ອານ​ເທ​ຢຸງ, ​ອະ​ດີດ​ທີ່​ປຶກ​ສາ​ດ້ານ​ການ​ຄ້າປະ​ຈຳ ອາ​ເມ​ລິ​ກາ ແລະ ລາຊະອານາຈັກ ອັງ​ກິດ, ​ມີ​ຂໍ້​ສະ​ເໜີແນະວ່າ:

"ເມື່ອວິ​ສາ​ຫະ​ກິດ ຫວຽດນາມ ສົ່ງອອກໄປຍັງ ອາ​ເມ​ລິ​ກາ ຕ້ອງສຸມໃສ່, ເອົາໃຈໃສ່ເປັນ​ພິ​ເສດ​ເຖິງຕົ້ນກຳເນີດຂອງຜະລິດຕະພັນ. ຢາກ​​ເຮັດ​ໄດ້ຄື​ແນວນັ້ນ, ພວກເຮົາຕ້ອງ​​ມີເອ​ກະ​ສານທີ່ໂປ່ງໃສ​ທີ່​ສຸດ. ​ເຮັດ​ຄື​ແນວນັ້ນຈະສ້າງຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ກັບຄູ່ຮ່ວມ​ມື."

ອາເມລິກາ ແມ່ນຕະຫຼາດໃຫຍ່ ແລະ ມີຄຸນນະພາບສູງ, ສະນັ້ນ, ​ວິ​ສາ​ຫະ​ກິດ ຫວຽດນາມ ທີ່ສົ່ງອອກໄປຍັງຕະຫຼາດນີ້ ຈະ​ເປັນການ​ຢັ້ງ​ຢືນ​ດີ​ທີ່ສຸດ​ເພື່ອ​ເປີດກວ້າງ​ອອກ​ສູ່ຕະຫຼາດທົ່ວໂລກ.