(ພາບ: Xuân Tùng)
ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະຫະພັນຊາວໜຸ່ມ ຫວຽດນາມ (15 ຕຸລາ 1956 - 15 ຕຸລາ 2026), ໃນຕອນເຊົ້າວັນທີ 23 ຕຸລາ, ຢູ່ ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ສົມທົບກັບກຸ່ມບໍລິສັດ TCP ຈັດເວທີປາໄສເຊື່ອມຕໍ່ “ຕໍ່ກຳລັງແຮງໃຫ້ແກ່ຊາວໜຸ່ມ ຫວຽດນາມ ກ້າວໄປ”.
ກ່າວຄຳເຫັນທີ່ພິທີໄຂເວທີປາໃສ, ທ່ານ ຫງວຽນກິມກຸຍ, ເລຂາທິການສູນກາງຄະນະຊາວໜຸ່ມ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ເນັ້ນໜັກວ່າ:
"ຂ້າພະເຈົ້າປາດຖະໜາວ່າ ບັນດາໄວໜຸ່ມຈະກ້າຫານແບ່ງປັນບັນດາສິ່ງທີ່ຕົນເອງໄດ້ຜ່ານຜ່າ, ບັນດາຄວາມຫຍຸ້ງຍາກທີ່ພວມປະເຊີນໜ້າ ແລະ ລວມທັງຄວາມໄຝ່ຝັນ, ການຄາດຄະເນຂອງຕົນໃນອະນາຄົດ. ບັນດາສຽງເວົ້າຢ່າງຈິງໃຈນັ້ນ ຈະຊ່ວຍໃຫ້ອົງການ ແລະ ວິສາຫະກິດມີຄວາມເຂົ້າໃຈໄວໜຸ່ມຫຼາຍກວ່າ, ຈາກນັ້ນມີບັນດາວິທີຮ່ວມເດີນທາງທີ່ແທດຈິງ, ຕິດພັນຢ່າງສະໜິດແໜ້ນກັບຄວາມຕ້ອງການຕົວຈິງຫຼາຍກວ່າ.”
ທີ່ເວທີປາໄສ, ບັນດາຊາວໜຸ່ມທີ່ດີເດັ່ນພ້ອມກັນແລກປ່ຽນ ກ່ຽວກັບການເດີນທາງຜ່ານຜ່າຄວາມຫຍຸ້ງຍາກ, ການອອກແຮງງານ, ປະດິດຄິດສ້າງ ແລະ ການອຸທິດສ່ວນຂອງຊາວໜຸ່ມ. ເວທີປາໄສດັ່ງກ່າວກໍ່ແມ່ນການເຄື່ອນໄຫວສ້າງຂີດໝາຍ 7 ປີແຫ່ງການຮ່ວມມືລະຫວ່າງສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ແລະ TCP ຫວຽດນາມ. ໃນໄລຍະ 7 ປີຜ່ານມາ, ບັນດາການເຄື່ອນໄຫວໄດ້ຫັນເປັນລະອຽດຜ່ານຫຼາຍລາຍການທີ່ແທດຈິງ.
